ຫວຽດນາມແລະຮຸງກາຣີເພີ່ມທະວີຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ
(ຫວຽດນາມແລະຮຸງກາຣີເພີ່ມທະວີ
ຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ)
(vovworld) - ສະຖານທູດຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳແຂວງ Vas, ປະເທດຮຸງກາຣີ ຫາກໍ່ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ແຂວງ Vas”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຮຸງກາຣີ ຫງວຽນແທງຕວນ ເນັ້ນໜັກວ່າ, ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ 2 ຝ່າຍເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊອກຫາບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃນປະຈຸບັນ, ພ້ອມກັນຊອກຫາກາລະໂອກາດດຳເນີນທຸລະກິດ. ສ່ວນທ່ານປະທານລັດຖະສະພາແຂວງ Vas, Laszlo Majthenyi ຢືນຢັນວ່າ, ອຳນາດການປົກຄອງແຂວງ Vas ຊົມເຊີຍ ແລະ ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດ 2 ປະເທດຮ່ວມມືນຳກັນ.
ແລະກໍທີກອງປະຊຸມສຳມະນາ, ທ່ານ ຫງວຽນຈຸງຢຸງ, ທີ່ປຶກສາດ້ານການຄ້າ ສະຖານທູດຫວຽດນາມ ປະຈຳຮຸງກາຣີ, ໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ, ການຄ້າ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ກໍ່ຄືກາລະໂອກາດຮ່ວມມືລະຫວ່າງວິສາຫະກິດ 2 ປະເທດ, ແນະນຳບັນດາວິສາຫະກິດທີ່ມີອິດທິພົນຊື່ສຽງຂອງຫວຽດນາມ ແລະ ບັນດາຂໍ້ມູນທີ່ຈຳເປັນກ່ຽວກັບຕະຫຼາດ, ຂະແໜງສິນຄ້າ, ພາສີ… ເຖິງບັນດາວິສາຫະກິດຮຸງກາຣີ.