ຫວຽດນາມແລະເຊັກໂກຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ

ຫວຽດນາມແລະເຊັກໂກຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ  ຟ້າ​ມບິ່ງ​ມິ​ງ ​ແລະ
ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Lubomir Zaoralek)


(vovworld) – ​​ “ຫວຽດນາມ ​ແລະ​ ຊັກ​ໂກ​ ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ແລະ​ ການ​ຮ່ວມ​ມື​ຫລາຍ​ດ້ານ”. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສ.​ເຊັກ​ໂກ Lubomir Zaoralek  ​ເຫັນ​ດີ​ຄື​ດັ່ງ​ກ່າວ​ໃນ​ການ​ເຈລະຈາ ​ໃນ​ຕອນ​ບ່າຍ​ວັນ​ທີ 23/10 ທີ່​ດຳ​ເນີນ​ຢູ່​ຮ່າ​ໂນ​້ຍ. ​ໃນ​ການ​ເຈລະຈາ 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ທິດ​ທາງ, ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ເມືອ​ງ - ການ​ພົວພັນ​ຕ່າງປະ​ເທດ, ​ເສດຖະກິດ - ການ​ຄ້າ, ວັດທະນະທຳ, ການ​ສຶກສາ - ບຳລຸງ​ສ້າງ, ການ​ຮ່ວມ​ມື​ພັດທະນາ, ການປ້ອງ​ກັນ​ຊາດປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ຍົກ​ອອກ​ແຕ່​ 8 ມາ 9 ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ.​ເຊັກ​ໂກ. ທັງ​ໝົດ​ຂົງ​ເຂດ​ນີ້ ລ້ວນ​ແຕ່​ສຳຄັນ ​ເພາະວ່າ ​ລະຫວ່າງ 2 ປະ​ເທດ​ມີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ລ້ວນ​ແຕ່​ມີ​ຄວາມ​ຕ້ອງການ​ຮ່ວມ​ມື​ຊຸກຍູ້​ການພັດທະນາ​ເສດຖະກິດ, ພິ​ເສດ​ແມ່ນ​ດ້ານການ​ຄ້າ. ພວກ​ຂ້າພະ​ເຈົ້າ ກໍ​ແລກປ່ຽນ​ຫລາຍ​ຢ່າງ​ກ່ຽວ​ກັບ​ເລື່ອງ ​​ເຮັດ​ແນວ​ໃດ ​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ - ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ສ.​ເຊັກ​ໂກ ຍິ່ງກ່ວາ​ອີກ. ​ສະ​ເພາະໃນ​ 7 ​ເດືອນ​ຕົ້ນ​ປີ 2015 ​ມູນ​ຄ່າ​ການ​ຄ້າລະ​ຫວ່າງ 2 ປະ​ເທດ ​ໄດ້​ເພີ່ມ 66% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2014. ນີ້​ແມ່ນ​ສັນຍານ​ດີ​ສຸດ ​ໃຫ້ການ​ພົວພັນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ”

        ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສ. ​ເຊັກ​​ໂກ ​ໄດ້ ຢືນຢັນ​ ສະໜັບສະໜູນ​ເລື່ອງ​ສະຫະພາບ ​ເອີຣົບ (EU) ​ແລະ ຫວຽດນາມ ລົງ​ນາມ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບ​ເອີຣົບ (EVFTA) ​ໂດຍ​ໄວ ​ແລະ ສະຫະພາບ ​ເອີຣົບ ຮັບຮອງ​ຂໍ້​ກຳນົດ​ຖານະ​ດ້ານ​ເສດຖະກິດຕະຫລາດ​ຂອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ