ຫວຽດນາມໂຄສະນາການທ່ອງທ່ຽວຢູ່ອີນໂດເນເຊຍ

ຫວຽດນາມໂຄສະນາການທ່ອງທ່ຽວຢູ່ອີນໂດເນເຊຍ - ảnh 1
ລາຍການ “Roadshow”
(ພາບ: vietnamplus.vn)


​​(vovworld) - ຕອນ​ຄໍ່າ​ວັນ​ທີ 06/08, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ອີນ​ໂດ​ເນ​ເຊຍ ​ແລະ ບໍລິສັດ​​ໃຫຍ່​ການບິນ​ຫວຽດນາມ ຈັດ​ຕັ້ງ​ລາຍການ “Roadshow” ​ເພື່ອ​ໂຄສະນາ​ການທ່ອງທ່ຽວ​ຂອງ​ຫວຽດນາມ ຢູ່ ຈາ​ກາກ​ຕາ. ການ​ເຄື່ອນ​ໄຫວ​ນີ້​​ເພື່ອ​ໂຄສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ຊາວ​ຫວຽດນາມ, ວັດທະນະທຳ ​ແລະ ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ​ຫວຽດນາມ ​ເຖິງ​ປະຊາຊົນ​ອີນ​ໂດ​ເນ​ເຊຍ; ພ້ອມ​ທັງ​ສ້າງ​ກາລະ​ໂອກາດ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ທ່​ອງທ່ຽວ​ຂອງ 2 ປະ​ເທດ​​ໄດ້ພົບ​ປະ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ດຳ​ເນີນ​ທຸ​ລະກິດ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ກ໋ວກຮື​ງ, ຮອງ​ຫົວໜ້າ​ກົ​ມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ຢືນຢັນ​ວ່າ: ຍາມ​ໃດ​ຂະ​ແໜງທ່ອງ​ທ່ຽວ​ຫວຽດນາມ ກໍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ໂລກ ​ແລະ ອີນ​ໂດ​ເນ​ເຊຍ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສະໜອງ​ບັນດາ​ການ​ບໍລິການ, ຜະລິດ​ຕະພັນ​ທ່ອງ​ທ່ຽວ​ມີ​ທີ່​ຄຸນ​ນະພາ​ບສູງ​ສຸດ, ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ຂອງນັກ​ທ່ອງ​ທ່ຽວ, ກໍ​ຄື​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸ​ດ​​ເພື່ອ​ໃຫ້​ວິ​ສາ​ຫະກິດ​ທ່ອງທ່ຽວ 2 ປະ​ເທ​ດຮ່ວມ​ມື​ດຳ​ເນີນ​ທຸ​ລະກິດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ