ຫວຽດນາມໃຫ້ຄຳໝັ້ນສັນຍາມານະພະຍາຍາມພ້ອມກັນສູ້ຊົນເພື່ອລົບລ້າງກຳລັງອາວຸດສາກົນ
(ພາບປະກອບຈາກ TTXVN)
(vovworld) - ວັນທີ 13/10, ກ່າວຄວາມເຫັນຕໍ່ໜ້າບັນດາຜູ້ແທນທີ່ເຂົ້າຮ່ວມວາລະປຶກສາຫາລືລວມຂອງຄະນະກຳມະການ ລົບລ້າງກຳລັງອາວຸດ ແລະ ຄວາມສະຫງົບປອດໄພສາກົນ (ຄະນະກຳມະການ 1) ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 69 ທີ່ພວມດຳເນີນຢູ່ສຳນັກງານຕົ້ນຕໍຂອງ ສປຊ ຢູ່ນີວຢອກ, ອາເມລິການັ້ນ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ຢືນຢັນເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນສະໜັບສະໜູນການລົບລ້າງກຳລັງອາວຸດຢ່າງຮອບດ້ານ ແລະ ເຖິງຖອງ, ພິເສດແມ່ນການລົບລ້າງອາວຸດນິວຄະເລຍ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາເນັ້ນໜັກເຖິງ ຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມໃນເລື່ອງພ້ອມກັບປະເທດຕ່າງໆສູ້ຊົນເພື່ອຈຸດໝາຍລວມກ່ຽວກັບການຫຼຸດຜ່ອນກຳລັງອາວຸດ, ພ້ອມທັງຢືນຢັນວ່າ, ຍາມໃດຫວຽດນາມກໍ່ປະຕິບັດບັນດາພັນທະທີ່ກ່ຽວຂ້ອງເຖິງຂົງເຂດນີ້ຢ່າງເຂັ້ມງວດ.