ຫວຽດນາມໃຫ້ບຸລິມະສິດປະຕິຮູບແລະສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່

ຫວຽດນາມໃຫ້ບຸລິມະສິດປະຕິຮູບແລະສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ - ảnh 1
ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ​ລະ​ດູ​ບານ​ໃໝ່​ປີ 2015

(vovworld) - ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ​ລະ​ດູ​ບານ​ໃໝ່​ປີ 2015 ​ຖືກໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/4, ຢູ່​ນະ​ຄອນ ວີງ, ແຂວງ ເງະ​ອານ, ດ້ວຍ​ຫົວ​ຂໍ້ “ສືບ​ຕໍ່​ປະ​ຕິ​ຮູບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ”. ທີ່​ວາ​ລະ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 21/4, ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ຕີ​ລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2014, ​ນຳສະ​ເໜີ​ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ແຜນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015. ດ້ວຍ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ໃນ​ປະ​ຈຸ​ບັນ, ບັນ​ດາ​ນັກ​ຊ່ຽວ​ຊານ​ຖື​ວ່າ: ພື້ນ​ຖານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ພວມ​ຟື້ນ​ຟູ ແລະ ມີ​ບັນ​ດາ​ໝາກ​ຜົນ​ໄວ​ກ່​ວາ​ເມື່ອ​ທຽບ​ໃສ່​ການ​ຄາ​ດ​ຄະ​ເນ, ສິ່ງ​ດັ່ງ​ກ່າວ​ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ພັດ​ທະ​ນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ບັນ​ດາ​ອົງ​ການ​ສາ​ກົນທີ່​ມີ​ຄວາມ​​ສົນ​ໃຈ ແລະ ລົງ​ທຶນ​ຢູ່ ຫວຽດ​ນາມ. ດ​ຣ ເຈີ່ນ​ດິ່ງ​ທຽນ, ຫົວ​ໜ້າ​ສະ​ຖາ​ບັນ​ເສດ​ຖະ​ກິດ ຫວຽດ​ນາມ, ຖື​ວ່າ:

        “ລັດ​ຖະ​ບານ​ຄວນ​ສຸມ​ໃສ່​ໃຫ້ບຸ​ລິ​ມະ​ສິດ​ແກ່​ໜ້າ​ທີ່​ປະ​ຕິ​ຮູບ ແລະ ສ​້າງ​ໂຄງ​ປ​ະ​ກອບ​ຄືນ​ໃໝ່, ພ້ອມ​ທັງ​ກະ​ກຽມ​ກຳ​ລັງ​ໜູນ​ເຊື່ອມ​ໂຍງ​ໃຫ້​ແກ່​ປີນີ້, ປີ​ໜ້າ ແລະ ໃຫ້ບຸ​ລິ​ມະ​ສິດ​ສຸມ​ໃສ່​ແກ້​ໄຂ​ໜີ​້ເສຍ ແລະ ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ. ຂ້າ​ພະ​ເຈົ້າ​ຖື​ວ່າ​ຕ້ອງ​ຍູ້​ແຮງ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັ​ນ​ຫຸ້ນ​ສ່ວນ ຕາມຫຼັກ​ການ​ຕະຫຼາດ ແລະ ກຳ​ນົດ​ທິດ​ຕະ​ຫຼາດ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ການ​ເຄື່ອນ​ໄຫວ​ບໍ​ລິ​ຫານ ແລະ ຄຸ້ມ​ຄອງ​ລັດ. ນອກ​ຈາກນັ້ນ, ເລື່ອງ​ຊຳ​ລະ​ໜີີ້ເສຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດກໍ່​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ພ້ອມ​ທັງ​ເຮັດ​ໃຫ້​ການ​ກຳ​ນົດ​ທິດ​ແຂງ​ແຮງ​ກ່​ວາ​ອີກ ແລະ ໜູນ​ຊ່ວຍ​ວິ​ວັດ​ການ​ຫັນ​ທິດ​ໃນ​ວິ​ວັດ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ກະ​ສິ​ກຳ.”


ຂ່າວ/ບົດ​ອື່ນ