ຫວຽດນາມໄດ້ຈັດຢູ່ອັນດັບສູງກ່ຽວກັບປະສິດທິຜົນດ້ານເສດຖະກິດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້
(VOVWORLD) -ຕາມບົດຂຽນແລ້ວ, ກຳລັງຄວາມສາມາດໃນການແກ້ງແຍ້ງ ທາງການຄ້າ ຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນແລະ ກາຍເປັນສູນຜະລິດທີ່ດູດດື່ມ. ເລື່ອງຫວຽດນາມ ເຂົ້ນເປັນສະມາຊິກອາຊຽນ ໄດ້ສຳເລັດ ແມ່ນຂໍກຸນແຈ ເພື່ອເຮັດໃຫ້ການເຄື່ອນໄຫວທາງການຄ້າມີການເຕີບໂຕຢ່າງແຮງ.
ພາບປະກອບ: TTXVN |
ຫວ່າງມໍ່ໆມານີ້, ເວັບໄຊຂອງບໍລິສັດຄຸ້ມຄອງສັບຊິນ AXA Investment Managers Asia ເຊິ່ງມີສຳນັກງານຕັ້ງຢູ່ ສິງກະໂປ ໄດ້ລົງບົດຂຽນອະທິບາຍກ່ຽວກັບສາຍເຫດ ທີ່ຫວຽດນາມ ໄດ້ຈັດຢູ່ອັນດັບສູງກ່ຽວກັບປະສິດທິຜົນດ້ານເສດຖະກິດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຄາດຄະເນແງ່ຫວັງໃນການເປີດກວ້າງທີ່ຕັ້ງຂອງ ຫວຽດນາມ ໃນລະບົບນິເວດຜະລິດທົ່ວໂລກ ແລະ ພາກພື້ນ.
ຕາມບົດຂຽນແລ້ວ, ກຳລັງຄວາມສາມາດໃນການແກ້ງແຍ້ງ ທາງການຄ້າ ຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນແລະ ກາຍເປັນສູນຜະລິດທີ່ດູດດື່ມ. ເລື່ອງຫວຽດນາມ ເຂົ້ນເປັນສະມາຊິກອາຊຽນ ໄດ້ສຳເລັດ ແມ່ນຂໍກຸນແຈ ເພື່ອເຮັດໃຫ້ການເຄື່ອນໄຫວທາງການຄ້າມີການເຕີບໂຕຢ່າງແຮງ. ຫວຽດນາມ ກໍ່ໄດ້ລົງນາມບັນດາສັນຍາການຄ້າເສລີ ກັບພື້ນຖານເສດຖະກິດໃຫຍ່ໆຄື: ຈີນ, ສະຫະພາບ ເອີລົບ (EU), ອັງກິດ, ຍີ່ປຸ່ນ, ຜ່ານນັ້ນສ້າງສະພາບແວດລ້ອມສະດວກເພື່ອພັດທະນາການ ພົວພັນທາງການຄ້າ.