ຫວຽດ​ນາມ​ໄດ້​ເຊື່ອມ​ຕໍ່​ອາ​ຊຽນ ກັບ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ສຳ​ເລັດ​ຜົນ

(VOVWORLD) -   “ຫວຽດນາມປະສົບຜົນສຳເລັດທີ່ສຸດໃນການເຊື່ອມຕໍ່ອາຊຽນກັບ ສະພາຄວາມໝັ້ນຄົງ ສປຊ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ເອກອັກຄະລັດຖະທູດ Nathalie Estival – Broadhurst, ຮອງຫົວໜ້າຄະນະຜູ້ຕາງໜ້າ ຝລັ່ງ ປະຈຳ ສປຊ, ເມື່ອຕີລາຄາກ່ຽວກັບການເຄື່ອນໄຫວຂອງ ຫວຽດນາມໃນຖານະຕຳແໜ່ງເປັນຄະນະກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ປີ 2020.
ຫວຽດ​ນາມ​ໄດ້​ເຊື່ອມ​ຕໍ່​ອາ​ຊຽນ ກັບ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ສຳ​ເລັດ​ຜົນ - ảnh 1ພາບປະກອບ: TTXVN

ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ, ທ່ານ ນາງ Estival – Broadhurst ເນັ້ນໜັກວ່າ ຫວຽດນາມ ຮັບຜິດຊອບວຽກງານຂອງຕົນໃຫ້ດີທີ່ສຸດ, ເປັນຕົ້ນແມ່ນ ໃນເດືອນເປັນປະທານໝູນວຽນ ສປຊ ເດືອນ ມັງກອນ 2020.

        ທ່ານນາງກໍ່ຢັ້ງຢືນວ່າ ປີ 2020 ແມ່ນປີທີ່ມີສິ່ງທ້າທາຍຫຼາຍທີ່ສຸດຕໍ່ສະພາຄວາມໝັ້ນຄົງ ສປຊ, ພິເສດແມ່ນກຸ່ມບັນດາປະເທດກຳມະການປະຈຳການ (ເອີ້ນຫຍໍ້ວ່າ P5) ຍ້ອນມີຫຼາຍບັນຫາຕ້ອງແກ້ໄຂໃນໂຄງການດຳເນີນງານ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສປຊຕ້ອງມີຄວາມເຫັນດີເຫັນພ້ອມຈາກສະມາຊິກທັງໝົດ.

        ກໍ່ຕາມທ່ານນາງແລ້ວ, ເມື່ອເກີດບັນດາວິກິດການຢູ່ ທະວີບອາຟຼິກກາ ແລະ ພາກພື້ນຕາເວັນອອກກາງ, ສະພາຄວາມໝັ້ນຄົງ ສປຊ ພິເສດແມ່ນກຸ່ມ P5 ໄດ້ເປັນເຈົ້າການຮັບມືເພື່ອເຮັດໃຫ້ສະພາບເປັນປົກກະຕິ, ຕໍ່ກຳນົດເວລາປະຕິບັດໜ້າຂອງ ຄະນະໜູນຊ່ວຍ ແລະ ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ເຂດທີ່ເກີດການປະທະກັນ ແລະ ສົມທົບກັບອົງການອື່ນຂອງ ສປຊ ຢ່າງທັນການ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ