ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຮ່າທິຄ໋ຽດ ພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຢາງ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຮ່າທິຄ໋ຽດ ພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຢາງ - ảnh 1
ທ່ານ​ນາງ ຮ່າ​ທິຄ໋ຽດ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ຫຼາກ​ນົງ ​ແລະ ສູ​ນກາງ​ເມືອງ​ບັ໋ກ​ເມ
(ພາບຈາກ ອິນເຕີເນັດ)


(vovworld) - ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ວັນ​ທີ 26/04, ທ່ານ​ນາງ ຮ່າ​ທິຄ໋ຽດ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ແຂວງ​ຮ່າ​ຢາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ຫຼາກ​ນົງ ​ແລະ ສູ​ນກາງ​ເມືອງ​ບັ໋ກ​ເມ. ທີ່​ການ​ພົບ​ປະ, ບັນດາ​ຜູ້​ມີ​ສິດ​ເລື່ອ​ກຕັ້ງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ຊີ້​ນຳ​, ນຳພາຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ເຊິ່ງ​ໄດ້​ມີ​ບັນດາການ​ປ່ຽນ​ໃໝ່ທີ່​ສຳຄັນ ​ເພື່ອ​ຍົກ​ສູງ​ຄຸນ​ນະພາບການ​ເຄື່ອນ​ໄຫວ​ດ້ານ​ກົດໝາຍ, ຕິດຕາມກວດກາ​ສູງ​ສຸດ ​ແລະ ຕັດສິນ​ໃຈ​ບັນດາ​ບັນຫາ​ໃຫຍ່​ຂອງ​ຊາດ. ພ້​ອມກັນ​ນັ້ນ, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກໍ່​ສະ​ເໜີ​ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ, ນະ​​ໂຍບາຍ​ລົງທຶນ​ຂອງ​ພັກ, ລັດ ສຳລັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ... ທີ່​ການ​ພົບ​ປະ, ທ່ານ​ນາງ​ຮ່າ​ທິຄ໋ຽດ ສະ​ເໜີ​ໃຫ້​ທ້ອງ​ຖິ່ນ ກວດກາ​ຄືນ, ​ແກ້​ໄຂ​ບັນດາ​ຂໍ​້ສະ​ເໜີ​, ຄວາມ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຢ່າງ​ສົມ​ເຫດ​ສົມ​ຜົນ. ທ່ານ​ນາງ​ຮ່າ​ທິຄ໋ຽດ ຢືນຢັນ​ວ່າ: ດ້ວຍ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແຂວງ​ຮ່າ​ຢາງ​ ຈະ​ຄົ້ນຄວ້າ, ລວບ​ລວມ​ຄຳ​ເຫັນ​, ຂ້ໍ​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ສົ່ງ​ເຖິງ​ບັນດາ​ກະຊວງ, ຂະ​ແໜງ​ການທີ່​ກ່ຽວຂ້ອງເພື່ອ​ແກ້​ໄຂ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ