ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງລາວ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງລາວ - ảnh 1
ທ່ານ​ນາງ ​ເຈືອງ​ທິມາຍ ​ຕ້ອນຮັບ​
​ທ່ານ​ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 07/04, ທ່ານ​ນາງ ​ເຈືອງ​ທິມາຍ ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ ລາວ ​ໂດຍ​ທ່ານ​ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ສະຫະພັນ​ແມ່ຍິງ ລາວ ນຳ​ໜ້າ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາງ ​ເຈືອງ​ທິມາຍ ​ເຊື່ອ​ໝັ້ນ​ວ່າ: ບົນ​ພື້ນຖານ​ບັນດາ​ຜົນງານອັນ​​ໃຫຍ່​ຫລວງ, ຮອບດ້ານ​ມີ​ຄວາມ​ໝາ​ຍປະຫວັດສາດ ພາຍຫລັງ 30 ປີ​​ແຫ່ງ​ວັນ​ປ່ຽນ​ໃໝ່, ພັກ, ລັດ ​ແລະ ປະຊາຊົນ ລາວ ຈະ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ ຢ່າງ​ມີ​ໄຊ. ສ່ວນ​ທ່ານ​ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສະຫະພັນ​ແມ່ຍິງ 2 ປະ​ເທ​ດ​ໃນ​ໄລຍະ​ຜ່ານ​ມາ; ຢືນຢັນ​ວ່າ: ສະຫະພັນ​ແມ່ຍິງ ລາວ ຍາມ​ໃດກໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຫະພັນ​ແມ່ຍິງ ຫວຽດນາມ ​ເພີ່ມ​ທະວີ​ບັນດາ​ການ​ເຄື​່ອນ​ໄຫວ​ຮ່ວມ​ມື, ມິດຕະພາບ, ປະກອບສ່ວນ​ເຂົ້າ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດນາມ.

 

ຂ່າວ/ບົດ​ອື່ນ