ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍເຮັດວຽກກັບສູນກາງສະມາຄົມຜູ້ອາຍຸສູງຫວຽດນາມ
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍ
ເຮັດວຽກກັບສູນກາງສະມາຄົມຜູ້ອາຍຸສູງຫວຽດນາມ
(ພາບ: HM)
(vovworld) - ຕອນບ່າຍວັນທີ 02/06 ຢູ່ຮ່າໂນ້ຍ. ທີ່ການເຮັດວຽກກັບສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງຜູ້ອາຍຸສູງໃນທົ່ວປະເທດ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢືນຢັນວ່າ: ເຖິງວ່າຢູ່ໃນສະພາບການໃດ, ຜູ້ອາຍຸສູງກໍ່ສະແດງບົດບາດສຳຄັນຂອງຕົນ ໃນວິວັດການພັດທະນາຂອງປະເທດຊາດເປັນຢ່າງດີ, ຢູ່ບັນດາກອງປະຊຸມ ຫຼື ການພົບປະກັບຜູ້ມີສິດເລືອກຕັ້ງ, ຜູ້ອາຍຸສູງຍາມໃດກໍ່ມີຄຳເຫັນປະກອບຢ່າງຫົວຄິດປະດິດສ້າງ, ມີລັກສະນະສ້າງສັນ, ພິເສດແມ່ນມີບົດບາດສຳຄັນໃນຂົງເຂດການສຶກສາເມື່ອຜູ້ອາຍຸສູງຍາມໃດກໍ່ເປັນແບບຢ່າງໃຫ້ລູດຫຼານ ປະຕິບັດຕາມ. ເມື່ອຕອບຄຳສະເໜີຂອງສູນກາງສະມາຄົມຜູ້ອາຍຸສູງກ່ຽວກັບເລື່ອງສ້າງຕັ້ງສະມາຄົມຢູ່ຂັ້ນແຂວງ ແລະ ເມືອງ, ທ່ານນາງຫົວໜ້າຄະນະຂົວຂວາຍປະຊາຊົນສູນກາງ ເຈືອງທິມາຍ ຍ້ອງຍໍນ້ຳໃຈຮັບຜິດຊອບ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຜູ້ອາຍຸສູງໃນທົ່ວປະເທດ. ທ່ານນາງ ເຈືອງທິມາຍ ສະເໜີສະມາຄົມຜູ້ມີອາຍຸສູງ ຫວຽດນາມ ມີບົດລາຍງານລະອຽດ ກ່ຽວກັບໝາກຜົນແຫ່ງການເຄື່ອນໄຫວຂອງບັນດາອົງການສະມາຄົມ ເຊິ່ງໄດ້ຮັບການສ້າງຕັ້ງທົດລອງຢູ່ 13 ແຂວງ, ນະຄອນ; ບົນພື້ນຖານນັ້ນ, ວາງອອກທິດທາງ, ແຜນການເຄື່ອນໄຫວລະອຽດ, ເປັນພື້ນຖານ ເພື່ອຍື່ນສະເໜີຕໍ່ການນຳພັກ, ລັດພິຈາລະນາ ແລະ ຕັດສິນ.