ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈີ໋ງ ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນເຂດອຸທົກກະໄພ

(VOVWORLD) - ຕອນບ່າຍວັນທີ 08 ກັນຍາ, ທ່ານ ຟ້າມມິງຈີ໋ງ ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເຂດອຸທົກກະໄພຢູ່ເມືອງ ເມື່ອງລາດ, ແຂວງ ແທງຮ໋ວາ.
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈີ໋ງ ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນເຂດອຸທົກກະໄພ - ảnh 1 ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈີ໋ງ ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນເຂດອຸທົກກະໄພ 

ເມື່ອສຳຫລວດສະພາບຕົວຈິງວຽກງານແກ້ໄຂບັນດາສະຖານທີ່ອຸດຕັນທາງຄົມມະນາຄົມ ເຮັດໃຫ້ ເມື່ອງລາດ ຖືກຕັດແຍກເປັນໃນເວລາເກືອບ 10 ວັນ,  ທ່ານ ຟ້າມມິງຈີ໋ງ ຮຽກຮ້ອງໃຫ້ແຂວງ ແທງຮ໋ວາ ລະດົມກຳລັງບຸກຄະລາກອນ, ພາຫະນະອຸປະກອນ, ຊີ້ນຳຢ່າງຂ້ຽວຂາດເພື່ອໃຫ້ທາງຄົມມະນາຄົມລຸລ່ວງໃນໄລຍະໄວທີ່ສຸດ. ທ່ານ ຟ້າມມິງຈີ໋ງ ກໍ່ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ, ແບ່ງປັນຄວາມຫຍຸ້ງຍາກໃຫ້ແກ່ພໍ່ແມ່ປະຊາຊົນບ້ານ ປ້ອງ, ຕາແສງ ຕາມຈູງ ພວມຖືກຍົກຍ້າຍຊົ່ວຄາວຢູ່ໂຮງຮຽນປະຖົມ, ພ້ອມມັງມອບຂອງຂວັນບໍລິຈາກຂອງຄະນະຈັດຕັ້ງສູນກາງພັກໃຫ້ແກ່ບັນດາຄອບຄົວຖືກເສຍຫາຍຈາກໄພທຳມະຊາດຜ່ານມາ.

 

ຕອບກັບ

ຂ່າວ/ບົດ​ອື່ນ