ຫົວໜ້າຄະນະຈັດຕັ້ງສູນກາງໂຕຮູຍເຮື໋ອພົບປະກັບຜູ້ມີສິດເລືອກຕັ້ງແຂວງບັກນີງ
ທ່ານ ໂຕຮູຍເຮື໋ອ ພົບປະກັບບັນດາຜູ້ມີສິດເລືອກຕັ້ງເມືອງ ນິງຊ໋າ ແລະ ເວ້ອານ
(ພາບ: baotintuc.vn)
(vovworld) – ທີ່ການພົບປະກັບບັນດາຜູ້ມີສິດເລືອກຕັ້ງເມືອງ ນິງຊ໋າ ແລະ ເວ້ອານ, ຂຶ້ນກັບນະຄອນ ບັກນິງ, ໃນວັນທີ 29/7, ທ່ານ ໂຕຮູຍເຮື໋ອ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ຮັບເອົາບັນດາຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງກ່ຽວກັບວຽກງານກໍ່ສ້າງກົດໝາຍ, ການຜັນຂະຫຍາຍການປະຕິບັດລັດຖະທຳມະນູນ, ບັນດາບັນຫາຮັບປະກັນຊີວິດສັງຄົມ, ວຽກງານພະນັກງານ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ... ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ຢືນຢັນວ່າ: ພັກ ແລະ ລັດ ພວມສຸມໃສ່ຊີ້ນຳບັນດາອົງການທີ່ກ່ຽວຂ້ອງພິຈາລະນາ, ແກ້ໄຂເພື່ອແນໃສ່ສ້າງກອບກົດໝາຍທີ່ເຄັ່ງຄັດ, ສ້າງສັງຄົມເຄົາລົບກົດໝາຍ, ຄວາມຍຸຕິທຳ, ສີວິໄລ.
ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ໂຕຮູຍເຮື໋ອ ກໍ່ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຊາບກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ແຜນນະໂຍບາຍ, ມາດຕະການແກ້ໄຂຂອງພັກ ແລະ ລັດດ້ວຍຈຸດໝາຍຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຕໍ່ສູ້ທາງການທູດ, ໃນພື້ນທີ່ຕົວຈິງ ແລະ ຕໍ່ສູ້ທາງນິຕິກຳເມື່ອມີຄວາມຈຳເປັນ... ດ້ວຍບັນດາບາດກ້າວເໝາະສົມ, ມີປະສິດທິຜົນ, ຫຼີກລ້ຽງບໍ່ໃຫ້ເກີດການປະທະກັນສົ່ງຜົນສະທ້ອນບໍ່ດີເຖິງຜົນປະໂຫຍດດ້ານເສດຖະກິດ ແລະ ຊີວິດຂອງປະຊາຊົນ.