ຫົວໜ້າຄະນະເສດຖະກິດສູນກາງຕ້ອນຮັບຄະນະພະນັກງານຂັ້ນສູງກຸ່ມບໍລິສັດ Gazprom
(VOVWORLD) - ຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ ລັດເຊຍ, ໃນນັ້ນ ມີກຸ່ມບໍລິສັດ Gazprom.
ທີ່ການຕ້ອນຮັບ (ພາບ: TTXVN) |
ຕອນບ່າຍວັນທີ 14 ມີນາ, ທີ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນວັນບີງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະພະນັກງານຂັ້ນສູງຂອງກຸ່ມບໍລິສັດ Gazprom (ສະຫະພັນ ລັດເຊຍ) ໂດຍທ່ານ Vitaly Markelov, ຮອງປະທານສະພາບໍລິຫານກຸ່ມບໍລິສັດ Gazprom ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງພັກ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງກຸ່ມບໍລິສັດ Gazprom ສຳລັບການພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດພະລັງງານ; ພ້ອມທັງ ຢືນຢັນວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ທ່ານ ຫງວຽນວັນບີງ ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ ລັດເຊຍ, ໃນນັ້ນ ມີກຸ່ມບໍລິສັດ Gazprom.
ສ່ວນທ່ານ Vitaly Markelov, ຮອງປະທານກຸ່ມບໍລິສັດ Gazprom ປາດຖະໜາຢາກສືບຕໍ່ສ້າງການພົວພັນຮ່ວມມືຍາວນານ, ມີປະສິດທິຜົນຂອງ Gazprom ກັບກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ, ຜ່ານນັ້ນ ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.