ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ ຕ່າງປະເທດ ຕ້ອງເອົາໃຈໃສ່ເຖິງການພົວພັນຕ່າງປະເທດເສດຖະກິດ ຮັບໃຊ້ການພັດທະນາປະເທດຊາດ
(VOVWORLD) -ຕອນບ່າຍວັນທີ 16 ມີນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການເຮັດວຽກກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ອາຍຸການ 2023 – 2026 ກ່ອນທີ່ເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ.
ເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ 16 ທ່ານໄດ້ຮັບການແຕ່ງຕັ້ງປະຕິບັດໜ້າທີ່ຢູ່ 48 ປະເທດ, ເຂດແຄວ້ນຢູ່ເກືອບທຸກທະວີບໃນໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:TTXVN) |
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ນຳຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕາງປະເທດ ຕ້ອງເຊື່ອມຊຶມໜ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ໃນນັ້ນ ມີອະທິປະໄຕທະເລໝູ່ເກາະ ແມ່ນໜ້າທີ່ຫຼັກຂອງແຕ່ລະອົງການຕາງໜ້າ. ພ້ອມທັງສືບຕໍ່ປະຕິບັດວຽກງານປົກປ້ອງພົນລະເມືອງ, ວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ການທູດວັດທະນະທຳ. ພ້ອມດຽວກັນນັ້ນ, ກໍຮຽກຮ້ອງໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ຕ້ອງເຊື່ອມຊຶມຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ກອງປະຊຸມການຕ່າງປະເທດທົ່ວປະເທດ ຢ່າງເລິກເຊິ່ງ ນັ້ນແມ່ນ “ຮັບໃຊ້ການພັດທະນາປະເທດຊາດແມ່ນໜ້າທີ່ໃຈກາງ” ຂອງວຽກງານພົວພັນຕ່າງປະເທດ.