ຫົວໜ້າເຂດປົກຄອງພິເສດຮົງກົງ(ຈີນ)ຮຽກຮ້ອງຜູ້ແຫ່ຂະບວນປະທ້ວງຢຸດຕິການເຄື່ອນໄຫວຄັດຄ້ານ

ຫົວໜ້າເຂດປົກຄອງພິເສດຮົງກົງ(ຈີນ)ຮຽກຮ້ອງຜູ້ແຫ່ຂະບວນປະທ້ວງຢຸດຕິການເຄື່ອນໄຫວຄັດຄ້ານ - ảnh 1
ຕຳຫຼວ​ດ​ຈັບ​ຕົວ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ
(ພາບ: Reuters)

(vovworld) - ​​​​​ວັນ​ທີ 1/12, ຫົວ​ໜ້າ​ເຂດ​ປົກ​ຄອງ​​ບໍ​ລິ​ຮົງ​ກົງ (ຈີນ) ແຫຼງ​ເຈີ້ນ​ແອງ ຮຽກ​ຮ້ອງ​ໃຫ້​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄັດ​ຄ້ານ ແລະ ກັບ​ເມືອ​ບ້ານ​ພາຍຫຼັງ​ເກີດ​ການ​ປະ​ທ​ະ​ກັນ​ຢູ່​ສຳ​ນັກ​ງານ​ອຳ​ນາດ​ການ​ປົກ​ຄອ​ງ​ເຂດ​ປົກ​ຄອງ​​ພິ​ເສດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ ແຫຼງ​ເຈີ້ນ​ແອງ ຊີ້​ແຈ້ງວ່າ: ຂະ​ບວນ​ການ “ຢືດ​ຄອງ​ສູນ​ກາງ” ແມ່ນ​ຜິດ​ກົດ​ໝາຍ ແລະ ທຸກໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຈະ​ແມ່ໄຮ້​ຜົນ​ປະ​ໂຫຍດ ແລະ ບໍ່​​ອາດຮັບ​ຮູ້​ໄດ້. ປະ​ຈຸ​ບັນ, ຄຳ​ຮຽກ​ຮ້ອງ​​ສະຫຼາຍ​ບັນ​ດາ​ສະ​ຖານ​ທີ່​ແຫ່​ຂະ​ບວນ​ປະ​ທ້ວງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ຕຳຫຼວດ​ຈະ​ປະ​ຕິ​ບັດ​ກົດ​ໝາຍ. ທ່ານ​ຫົວ​ໜ້າ​ເຂດ​ປົກ​ຄອງ​ພິ​ເສດ ຮົງ​ກົງ ກໍ່​ຮຽກ​ຮ້ອງ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ, ພິ​ເສດ​ແມ່ນ​ວົງ​ການ​ນັກ​ສຶກ​ສາ, ບໍ່​ຄັດ​ຄ້ານ​ກຳ​ລັງ​ຮັບ​ຜິດ​ຊອບ ແລະ ບໍ່​ກັບ​ຄືນ​ສູ່​ບັນ​ດາ​ສະ​ຖານ​ທີ່​ແຫ່​ຂະ​ບວນ​ປະ​ທ້ວງທີ່​ໄດ້​ເລີກ​ແລ້ວ. ຖະ​ແຫຼງ​ການ​ຂອງ​ທ່ານ ແຫຼງ​ເຈີ້ນ​ແອງ ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ເຂດ Almiralty, ບ່ອນ​ຕັ້ງ​ສຳ​ນັກ​ງານ​ອຳ​ນາດ​ການ​ປົກ​ຄອງ​ພິ​ເສດ ຮົງ​ກົງ ເພີ່ມ​ຂຶ້ນ​ພາຍຫຼັງ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ມ້າງ​ທຳ​ລາຍ​ຮົ້ວ​ຕຳຫຼວດ ແລ​ະ ປິດ​ລ້ອ​ມ​ເສັ້ນ​ທາງ​ໃຫຍ່​ຢູ່​ນອກ​ເຂດ​ບໍ​ລິ​ຫານ​ດັ່ງ​ກ່າວ. ຕຳຫຼວດ​ຕ້ອງ​ໃຊ້​ແກຼດ​ນ້ຳ​ຕາ ແລະ ໄມ້​ຄ້ອນ​ເພື່ອ​ສະ​ກັດ​ກັ້ນ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​​ບຸກເຂົ້າ​​ບໍ​ລິ​ເວນນີ້.


ຂ່າວ/ບົດ​ອື່ນ