ຫົວໜ້າເສນາທິການໃຫຍ່ກອງທັບຫວຽດນາມຕ້ອນຮັບຮອງຜູ້ບັນຊາການປ້ອງກັນຊາດສະຫະພັນອັງກິດແລະອຽກລັງເໜືອ

ຫົວໜ້າເສນາທິການໃຫຍ່ກອງທັບຫວຽດນາມຕ້ອນຮັບຮອງຜູ້ບັນຊາການປ້ອງກັນຊາດສະຫະພັນອັງກິດແລະອຽກລັງເໜືອ - ảnh 1
ທ່ານພົນ​ເອກ ​ໂດ​ບ໋າ​ຕິ້ ຕ້ອນຮັບທ່ານ Stuart Peach
(ພາບ: qdnd.vn)

(vovworld) ຕອນ​ເຊົ້າ​ວັນ​ທີ 4/11, ທີ່​ການ​ຕ້ອນຮັບທ່ານ Stuart Peach ຮອງ​ຜູ້​ບັນຊາການ​ປ້ອງ​ກັນຊາ​ດສະຫະພັນ​ລາຊະ​ອານາຈັກ ອັງກິດ ​ແລະ ອຽກລັງ​ເໜືອ ພົນ​ເອກ​ກອງທັບ​ອາກາດ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 3 – 5/11, ທ່ານພົນ​ເອກ ​ໂດ​ບ໋າ​ຕິ້ ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປະຊາຊົນ ຫວຽດນາມ ສະ​ເໜີ​ວ່າ: 2 ຝ່າຍ​ຄວນ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ທະ​ເລ, ຝຶກ​ອົບ​ຮົບ​ບຳລຸງ​ສ້າງ, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ພົນ​ເອກ ​ໂດ​ບ໋າ​ຕິ້ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກອງທັບ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ໄດ້​​ບັນລຸ​ ບັນດາ​ໝາກຜົນ​ໃດ​ໜຶ່ງ. ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຄວນ​ສືບ​ຕໍ່​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ຢ່າງ​ມີ​ປະສິດທິ​ຜົນ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ ​ເຊິ່ງກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກອງທັບ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ເດືອນ 11/2011. ພ້ອມ​ກັນ​ນັ້ນ, ກໍ່ຊຸກ​ຍູ້​ການ​ພົວພັນ​ແລກປ່ຽນ ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ບັນດາ​ຂໍ້​ຕົກລົງ​ປະຕິບັດ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ຝຶກ​ອົບຮົມ, ບຳລຸງ​ສ້າງ, ອຸດສາຫະກຳ​ປ້ອງ​ກັນຊາ​ດ, ຮັກສາ​ສັນຕິພາບ, ​ເໝາະ​ສົມ​ກັບ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ.

 

 

 

ຂ່າວ/ບົດ​ອື່ນ