ຫ້ອງວ່າການປະທານປະເທດຄວນຕັ້ງໜ້າປ່ຽນໃໝ່ວຽກງານເປັນເສນາທິການຢ່າງແທດຈິງ

ຫ້ອງວ່າການປະທານປະເທດຄວນຕັ້ງໜ້າປ່ຽນໃໝ່ວຽກງານເປັນເສນາທິການຢ່າງແທດຈິງ  - ảnh 1
(​ກອງ​ປະຊຸມ​ພະນັກງານ​ລັດຖະກອນ​ ​ແລະ ສະຫລຸບ​ວຽກ​ງານ​ປີ 2014)

(vovworld) - ​ບົດລາຍ​ງານ​ທີ່​ກອງ​ປະຊຸມ​ພະນັກງານ​ລັດຖະກອນ​ ​ແລະ ສະຫລຸບ​ວຽກ​ງານ​ປີ 2014 ຂອງ​ຫ້ອງ​ວ່າການ​ປະທານ​ປະ​ເທດ, ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/1 ຢູ່​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ປີ 2014, ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​​ແປ​ຢ່າງ​ສັບສົນ. ​ຢູ່​ພາຍໃນ​ປະ​ເທດ​, ເສດຖະກິດ-​ສັງຄົມ​​ມີ​ຄວາມໝັ້ນ​ຄົງ ​ແຕ່​ຍັງ​ຄົງປະສົບ​ກັບຄວາມ​ຫຍຸ້ງຍາກ, ສິ່ງທ້າ​ທາຍຫຼາຍ​ຢ່າງ… ​ໃນ​ສະພາບ​ການ​ນັ້ນ, ຫ້ອງ​ວ່າການ​ປະທານ​ປະ​ເທດ ​ໄດ້​ສຸມ​ໃສ່​ຜັນ​ຂະຫຍາຍ​ທິດ​ທາງ​ວຽກ​ງານ​ປີ 2014 ​ບັນລຸ​ບັນດາ​ຜົນ​ງານ​ທີ່​ຕັ້ງໜ້າ. ​ໂດຍ​ຮັບຮູ້​ບັນດາ​ຜົນ​ງານທີ່​ບັນລຸ​ໄດ້​ໃນ​ປີ 2014, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ດ້ວຍ​ບົດບາດ​ສຳຄັນ​ທີ່​ສຸດ​ຂອງ​ຕົນ ພະນັກງານຫ້ອງ​ວ່າການ​ປະທານ​ປະ​ເທດ ຄວນ​ມານະ​ພະຍາຍາມ​ກ່ວາ​ອີກ​ໃນ​ວຽກ​ງານ​ເປັນ​ເສນາ​ທິການ. ​​ເນັ້ນ​ໜັກລັດຖະທຳ​ມະນູນ 2013 ​ໄດ້​ມີ​ຜົນ​ສັກສິດ, ມີ​​ການ​ປັບປຸງ​ເປີດ​ກ້ວາງ​ສິດອຳນາດ​​ຂອງ​​ປະທານ​ປະ​ເທດ. ສະ​ນັ້ນ​ເລື່ອງ​ຫັນບັນດາ​ຮ່າງ​ກົດໝາຍ​ເປັນ​ລະບອບ​ກົດໝາຍ​ແມ່ນ​ສຳຄັນ​ທີ່​ສຸດຄວນ​ສຸມ​ໃສ່​ປະກອບຄຳ​ເຫັນ ​ເພື່ອ​ຮັບຮອງ​ເອົາ​ບັນດາ​ຮ່າງ​ກົດໝາຍ​ໂດຍ​ໄວ, ​ເພື່ອແນ​ໃສ່ນຳ​ລັດຖະທຳ​ມະນູນ, ກົດໝາຍ​ກ້າວ​ເຂົ້າ​ສູ່​ຊີວິດ​ຢ່າງ​ແທ້​ຈິງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ:

  “ນັບ​ແຕ່​ປີ 2013, ບົດບາດ​ໜ້າ​ທີ​ຂອງ​ປະທານ​ປະ​ເທດ​ມີ​ການ​ປ່ຽນ​ແປງ, ສືບ​ທອດ​ບົດບາດ​ໜ້າ​ທີ່​​ເກົ່າ ​ແລະ ​ເປີດ​ກວ້າງ​ຕື່ມ​ອີກ. ພາຍ​ໃຕ້​ການ​ຊີ້​ນຳ​, ນຳພາ​ຂອງ​ສູນ​ກາງ ​ແລະ ສະພາ​ແຫ່ງ​ຊາດ, ​ຫ້ອງ​ວ່າການ​ປະທານ​ປະ​ເທດໄດ້​ ​ຜັນ​ຂະຫຍາຍ​, ຊາບ​ຊືມລັດຖະທຳ​ມະນູນຢ່າງ​ແຮງ ​ແລະ ສ້າງ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ, ບັນດາອົງການ​ລັດ​ ​ແລະ ກົດໝາຍ​ສະ​ເພາະ​ຂະ​ແໜງ. ປີ 2014, ​ແມ່ນ​ປີ​ຈຸດ​ສຸມ ​ແລະ ປີ​ນີ້​ກໍ່​ແມ່ນ​ປີ​ຈຸດ​ສຸມເພື່ອ​ສ້າງ​ເປັນ​ລະ​ບົດ​ກົດໝາຍ​ໂດຍ​ພື້ນຖານ, ກ່ຽວ​ກັບ​ການຈັດ​ຕັ້ງກົງຈັກ​ບໍລິຫານ​ ຂອງ​ກົງຈັກ​ລັດ ພ້ອມ​ກັບກົດໝາຍ​ສະ​ເພາະ​ຂະ​ແໜງ​, ສືບ​ຕໍ່​ປັບປຸງ​ກົດໝາຍ​ສະ​ເພາະ​ຂະ​ແໜງ​ໃຫ້​ຊຸມ​ປີ​ຕໍ່​ໄປ”.

ຂ່າວ/ບົດ​ອື່ນ