ພາບປະກອບ:internet
|
(vovworld)- ຫ້ອງວ່າການລັດຖະບານຕ້ອງປະຕິບັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງລັດຖະບານກັບບັນດາກະຊວງ, ຂະແຫນງການເປັນຢ່າງດີ, ນັ້ນແມ່ນການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ທີ່ກອງປະຊຸມສະຫລຸບວຽກງານປີ 2012 ແລະ ຜັນຂະຫຍາຍຫນ້າທີ່ປີ 2013 ຂອງຫ້ອງວ່າການລັດຖະບານ ຊຶ່ງດຳເນີນໄປໃນຕອນເຊົ້າວັນທີ 28/12 ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຖືວ່າ ໃນປີ 2012, ຫ້ອງວ່າການລັດຖະບານໄດ້ພ້ອມກັບກະຊວງ, ຂະແຫນງການ ເປັນເສນາທິການຊ່ວຍລັດຖະບານ ມີການປ່ຽນແປງໃນການຊີ້ນຳບໍລິຫານ. ຕາມທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ແລ້ວ, ໃນປີ 2013 ຫ້ອງວ່າການລັດຖະບານ ຄວນສືບຕໍ່ປະຕິບັດບັນດາມາດຕະການຍົກສູງຄຸນນະພາບການເສນາທິການສັງລວມໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ ພ້ອມທັງປ່ຽນໃຫມ່ການສ້າງ ແລະ ຈັດຕັ້ງປະຕິບັດໂຄງການວຽກງານຂອງລັດຖະບານ, ນາຍົກລັດຖະມົນຕີ.