ຫ້ອງວ່າການສູນກາງພັກຄອມມູນິດຫວຽດນາມຜັນຂະຫຍາຍໜ້າທີ່ປີ2016

ຫ້ອງວ່າການສູນກາງພັກຄອມມູນິດຫວຽດນາມຜັນຂະຫຍາຍໜ້າທີ່ປີ2016 - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ
ຜູ້​ປະຈຳການ​ຄະນະ​ເລຂາທິການ
(ພາບ​ປະ​ກອບ)

(vovworld)- ​ ຕອນ​ເຊົ້າ​ວັນ​ທີ 4/1 ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2015, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ ຜູ້​ປະຈຳການ​ຄະນະ​ເລຂາທິການ, ສະ​ເໜີ​​ໃຫ້ຫ້ອງ​ວ່າການ​ສູນ​ກາງ​ພັກ​ສຳ​ເລັດ​ໜ້າ​ທີ່ ທີ່​ໄດ້​​ຮັບ​ການມອບ​ໝາຍ​ໃຫ້​​​​ເປັນ​ຢ່າງ​ດີ ​ແລະ ສືບ​ຕໍ່ກໍ່ສ້າງ​ອົງການ, ຫົວໜ່ວຍໃຫ້ໝັ້ນຄົ​ງ​ເຂັ້ມ​ແຂງ​ກວ່າ​. ຫ້ອງ​ວ່າການ​ສູນ​ກາງ​ພັກ ຄວນ​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ອົງການ​ທີ່​ກ່ຽວຂ້ອງ ປະຕິບັດ​ວຽກ​ງານ​ເປັນ​ເສນາ​ທິການ​ໃຫ້​ດີ ​ເພື່ອ​ຊ່ວຍ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ ປະຕິບັດ​ວຽກ​ງານກະກຽມ​ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ໃຫ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກສຳ​ເລັດ, ຫ້ອງ​ວ່າການ​ສູນ​ກາງ​ພັກ​ພ້ອມ​ກັບ​ບັນດາ​ອົງການທີ່​ເປັນ​ເສນາ​ທິການ, ສະ​ເໜີ​ຊ່ວຍ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສ້າງ​ໂຄງການ​ເຮັດ​ວຽກ​ ​ແລະ ກຳນົດ​ກົດ​ລະບຽບ​ເຮັດ​ວຽກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາ​ງພັກ​ ຊຸດ​ທີ 12; ຊີ້​ນຳ​-ນຳພາ ຈັດ​ຕັ້ງ​ການ​ຄົ້ນຄວ້າ, ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ ອາຍຸ​ການ 2016-2021 ​ໃຫ້​ປະສົບ​ຜົນສຳ​ເລັດ.

    ທີ່​ກອງ​ປະຊຸມ, ຫ້ອງ​ວ່າການ​ສູນ​ກາງ​ພັກ​ ຍັງໄດ້​ຈັດ​ຕັ້ງ​ການ​ມອບ​ຫຼຽນ​ໄຊ​ແຮງ​ງານຊັ້ນ 1, 2 ​ແລະ 3; ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ ຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິບັດ​ວຽກ​ງານ.

ຂ່າວ/ບົດ​ອື່ນ