ຫາງສຽງກ່າວປະນາມເຫດບຸກໂຈມຕີເຮັດໃຫ້ມີກວ່າ 80 ຄົນຮັບບາດເຈັບ ແລະ ເສຍຊີວິດຢູ່ໂຊມາເລຍ

(VOVWORLD) -ວັນທີ 14 ກໍລະກົດ, ສະຫະພັນອາຣັບ (AL) ແລະ ບາງປະເທດສືບຕໍ່ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດກ່ອນນັ້ນ 1 ວັນ, ແນໃສ່ໂຮງແຮມແຫ່ງໜຶ່ງຢູ່ໂຊມາເລຍ ເຊິ່ງເຮັດໃຫ້ມີກວ່າ 80 ຄົນ ຮັບບາດເຈັບ ແລະ ເສຍຊີວິດ.

ທ່ານເລຂາທິການໃຫຍ່ AL, Ahmed Aboul Gheit ຖະແຫຼງວ່າ, AL ຢືນຢັນຄືນໃໝ່ຄວາມສາມັກຄີກັບປະຊາຊົນ ແລະ ລັດຖະບານໂຊມາເລຍ ໃນສົງຄາມຕ້ານຄືນໄພນາບຂູ່ທີ່ມາຈາກກຸ່ມກໍ່ການຮ້າຍ Al Shabaab, ພ້ອມທັງສະໜັບສະໜູນທຸກໆມາດຕະການເພື່ອແນໃສ່ຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງໃນທົ່ວ ໂຊມາເລຍ. ກະຊວງການຕ່າງປະເທດອີຢິບ ໄດ້ອອກຖະແຫຼງສະແດງຄວາມຄັດຄ້ານເຫດບຸກໂຈມຕີ, ພ້ອມທັງຊີ້ແຈ້ງວ່າ, ອີຢິບ ຈະສືບຕໍ່ສະໜັບສະໜູນລັດຖະບານສະຫະພັນໂຊມາເລຍ ເພື່ອແນໃສ່ບັນລຸຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ໂຊມາເລຍ. ທ່ານນາຍົກລັດຖະມົນຕີການາດາ Justin Trudeau ກໍ່ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ