ຫາງສຽງກ່ຽວກັບສັນຍາເຊີແນວ1954:ບົດຮຽນລຳ້ຄ່າກ່ຽວກັບການປົກປັກຮັກສາອະທິປະໄຕ

ຫາງສຽງກ່ຽວກັບສັນຍາເຊີແນວ1954:ບົດຮຽນລຳ້ຄ່າກ່ຽວກັບການປົກປັກຮັກສາອະທິປະໄຕ - ảnh 1
ພາບປະກອບ

(vovworld) –  ​ເລື່ອງ​​ສັນຍາ​ເຊີ​ແນວ 1954 ກ່ຽວ​ກັບ​ການ​ຢຸດ​ຕິ​ສົງຄາ​ມຢູ່ ​ຫວຽດນາມ ທີ່​ໄດ້​ລົງ​ນາມ​ກ່ອນ​ນີ້ 60 ປີ​ແມ່ນ​ໄຊຊະນະ​ທີ່​ສະຫງ່າ​ລາ​ສີຂອງ​ພື້ນຖານ​ການ​ທູດ​ທີ່​ໜຸ່​ມ​ແໜ້ນ​ຂອງ​ລັດ​ປະຊາທິປະ​ໄຕ ປະຊາຊົນ ທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ລັດ ສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ.​ ​ເພື່ອ​ເຊັນ​​ໄດ້ສັນຍາ​ສະບັບ​ນີ້, ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ຜ່ານ​ການ​ເຈລະຈາ​ມາ​ເປັນ​​ເວລາ 75 ວັນ, ດ້ວຍ 31 ວາລະ​ປະຊຸມ ພ້ອມ​ກັບ​ການ​ພົບ​ປະ 2 ຝ່າຍ ​ແລະ ຫຼາຍ​ຝ່າຍຢູ່​ນອກ​ກອງ​ປະຊຸມ​ຫຼາຍ​ຄັ້ງ. ​ເມື່ອ​​ແລກປ່ຽນ​ກັບ​ສື່​ມວນ​ຊົນ, ທ່ານ ​ເຈີ່ນ​ວຽດ​ເຟືອງ, ອະດີດ​ນັກວິຊາການ​ຄະນະ​ຜູ້​ແທນ​ລັດຖະບານ ສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ ທີ່​ກອງ​ປະຊຸມ ​ເຊີ​ແນວ, ​ໄດ້​ໃຫ້​ຮູ້​ກ່ຽວ​ກັບປັດ​ໄຈ​ສຳຄັນ​ທີ່​ສຸດ​ເພື່ອພາ​ໄປ​ເຖິງ​ການ​ເຊັນ​ສັນຍາ ​ເຊີ​ແນວ​​ວ່າ:

    “ຢາກ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ສິ່ງສຳຄັນ​ກ່ວາ​ໝູ່​ແມ່ນ​ຮັບ​ຮູ້​​ໄດ້​ບັນດາກຳລັງ​ ​ແລະ​ ວິທີ​ລ່ວງ​ລ້ຳ​ອະທິປະ​ໄຕ​ປະ​ເທດພວກ​ເຮົາ​ຂອງເຂົາ​ເຈົ້າ​​ໂດຍໄວ. ຫົວໜ້າຄະນະ​ເຈລະຈາ​ຂອງ​ພວກ​ເຮົາ​​ເຫັນໄດ້​ສິ່ງ​ດັ່ງກ່າວ​ໃນ​ຕະຫຼອດ​ວິວັດ​ການ​ເຈລະຈາ. ດັ່ງ​ນັ້ນ, ​ໃນ​ຄາວ​ນັ້ນ, ຄະນະ​ປະຕິບັດ​ງານ​ຂອງ​ພວກ​ເຮົາ​ຍາມ​ໃດ​ກໍ່​ລະມັດລະວັງ, ສະຫຼາດ​ສະຫຼຽວ, ​ເດັດດ່ຽວ​ເພື່ອ​ຍາດ​ໄດ້​ເອກະລາດ, ອະທິປະ​ໄຕ​.”

    ສາດ​ສະ​ດາ​ຈານພາສາ​ສາດ Anatoly Sokolov, ຂຶ້ນ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້ວາຕາ​ເວັນ​ອອກ​ໄກ, ສະຖາບັນ​ດິດວິທະຍາ​ສາດ ລັດ​ເຊຍ, ຕີ​ລາຄາ​ວ່າ​ສັນຍາ ​ເຊີ​ແນວ​ເຊັນ​​ເມື່ອວັນ​ທີ 20/7/1954, ​ໄດ້​ເປີດ​ໄລຍະ​ໃໝ່​ໃນ​ການ​ຕໍ່ສູ້​ຂອງ​ປະຊາຊົນ ຫວຽດນາມ ​ເພື່ອ​ເສ​ລິ​ພາບ ​ແລະ ​ເອກະ​ພາບປະ​ເທດ​ຊາດ. ທ່ານ​ໃຫ້ຮູ້​ວ່າ:

    “ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ສັນ​ຕິ​ພາບ ​ເຊີ​ແນວ ​ແມ່ນ​ໄດ້​ປະກອບ​ສ່ວນ​ຢຸດຕິ​ສົງຄາ​ມຢູ່ ອີນດູ​ຈີນ. ທີ່​ສອງ​ແມ່ນ​ປະກອບສ່ວນ​ຢັ້ງຢືນ​ກ່ຽວ​ກັບ​ດ້ານນິຕິ​ກຳ​ສາກົນ​ກ່ຽວ​ກັບ​ການ​ຢຸດຕິ​​ແອກ​ປົກຄອງ​ຂອງຝຣັ່ງຢູ່ ອີນດູ​ຈີນ​ ທີ​ສາມ​ແມ່ນ​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ສະ​ເໝີ​ພາບ​ຂອງ ຫວຽດນາມ ​ໃນ​​ເວທີ​ສາກົນ. ທີ​ສີ່​ແມ່ນ​ຊີ້​ໃຫ້​ເຫັນ​ວ່າ: ສຳລັບ​ບັນດາ​ປະ​ເທດ​ຫົວ​ເມືອງ​ຂຶ້ນ, ​ເສັ້ນທາງ​​ເຈລະຈາສາກົນ​ແມ່ນ​ເສັ້ນທາງ​ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ເພື່ອ​ເສລີ​ພາບ, ປະຊາທິປະ​ໄຕ ​ແລະ ​​ເພື່ອ​ເອກະລາດ​​ແຫ່ງ​ຊາດ.”


ຂ່າວ/ບົດ​ອື່ນ