ຫາງສຽງຄັດຄ້ານເລື່ອງອັງກິດ, ຝະລັ່ງ ຢາກປະກອບອາວຸດໃຫ້ແກ່ທະຫານຕ້ານຊີຣີ
ສະພາບການຢູ່ຊີຣີ
(ພາບ: ອິນເຕີແນັດ)
(vovworld) - ພາຍຫລັງທີ່ທ່ານ Laurent Fabius ລັດຖະມົນຕີການຕ່າງປະເທດຝະລັ່ງ ປະກາດເມື່ອວັນທີ່ 14/3 ວ່າ: ຝະລັ່ງ ແລະ ອັງກິດ ພ້ອມແລ້ວທີ່ຈະປະກອບອາວຸດໃຫ້ແກ່ກຳລັງຝ່າຍຄ້ານຊີຣີ, ຊ້ຳບໍ່ໜຳຈຳເປັນຕ້ອງຮັບການສະໜັບສະໜູນຂອງສະຫະພາບເອີລົບ, ຫາງສຽງໄດ້ອອກສຽງສະແດງຄວາມວິຕົກວັງວົນກ່ຽວກັບການກະທຳດັ່ງກ່າວ. ສຳນັກຂ່າວສານແຫ່ງຊາດຊີຣີ SANA ໄດ້ເນັ້ນໜັກວ່າ: ການປະກອບອາວຸດໃຫ້ແກ່ “ບັນດາກຸ່ມກໍ່ການຮ້າຍ“ ຄືດັ່ງກ່າວແມ່ນລະເມີດກົດໝາຍສາກົນໂດຍບັງອາດ. ກະຊວງການຕ່າງປະເທດລັດເຊຍກ່າວເຕືອນວ່າອາວຸດ ປະກອບໃຫ້ຝ່າຍຄ້ານຊີຣີ ອາດຈະຕົກເຂົ້າສູ່ກຳມືຂອງບັນດາພາກສ່ວນກໍ່ການຮ້າຍ. ໃນຂະນະນັ້ນ, ກຸ່ມຝ່າຍຄ້ານພັນທະມິດຊົນຊາດຊີຣີ ຊົມເຊີຍແຈ້ງການຂອງລັດຖະມົນຕີການຕ່າງປະເທດຝະລັ່ງ. ສະຫະພາບເອີລົບໃຫ້ຮູ້ວ່າອາດຈະດຳເນີນການປຶກສາຫາລືໃນກຸ່ມ “ໃນບໍ່ວ່າເວລາໃດ“ ກ່ຽວກັບເລື່ອງລົບລ້າງຄຳສັ່ງຂວ້ຳບາດດ້ານອາວຸດທີ່ມີຕໍ່ຊີຣີ