ຫາງສຽງຝຣັ່ງຕັ້ງຄວາມຫວັງຕໍ່ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີFrancois Hollande
ທ່ານປະທານາທິບໍດີ ຝຣັ່ງ Francois Hollande
(vovworld) – ທ່ານປະທານາທິບໍດີ ຝຣັ່ງ Francois Hollande ຈະມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຊຸມວັນຈະມາເຖິງ. ນີ້ແມ່ນການຢ້ຽມຢາມທີ່ໄດ້ຮັບຄວາມລໍຄອຍແຕ່ດົນນານແລ້ວ ແລະ ແມ່ນການຢ້ຽມຢາມທາງການຄັ້ງທຳອິດຂອງປະທານາທິບໍດີ ຝຣັ່ງ ນັບແຕ່ປີ 2004. ເນື່ອງໃນໂອກາດນີ້, ນັກຂ່າວ ຫວຽດນາມ ປະຈຳ ຝຣັ່ງ ໄດ້ພົບປະ ແລະ ສຳພາດຊາວຝຣັ່ງ ແລະ ຊາວ ຫວຽດນາມ ຢູ່ ຝຣັ່ງ ກ່ຽວກັບແງ່ຫວັງການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ ແລະ ຝຣັ່ງ ພາຍຫຼັງການຢ້ຽມຢາມ, ພິເສດ, ໃນສະພາບການ 2 ປະເທດພວມສຸ້ຊົນກໍ່ສ້າງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ແລະ ຮອບດ້ານ. ຕາມທ່ານສາດສະດາຈານ Pierre Journoud, ຄູສອນວິຊາປະຫວັດສາດປະຈຸບັນຂອງມະຫາວິທະຍາໄລ Paul – Valery Montpellier 3 ແລ້ວ, ຝຣັ່ງ ມີບັນດາຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືອັນໃຫຍ່ຫຼວງໃນຫຼາຍຂົງເຂດ ແລະ ປາດຖະໜາຢາກຮ່ວມມືຍາວນານກັບ ຫວຽດນາມ. ທ່ານກໍ່ເນັ້ນໜັກວ່າ: ສຳລັບ ຝຣັ່ງ, ຫວຽດນາມແມ່ນປະເທດມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຫຼາຍຢ່າງ. ຝຣັ່ງ ນັບມື້ນັບຫຍັບມໍ່ເຂົ້າກັບ ຫວຽດນາມ ໃນຂະນະທີ່ ຫວຽດນາມ ກໍ່ພວມນັບມື້ນັບເປີດປະຕູກັບໂລກທັງທາງດ້ານເສດຖະກິດ ແລະ ວັດທະນະທຳ. ສ່ວນ ປອ ປະຫວັດສາດ Patrice Jorland, ອະດີດປະທານສະມາຄົມມິດຕະພາບ ຝຣັ່ງ - ຫວຽດນາມ (AAFV) ໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ຝຣັ່ງ ຈະຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.
ສາດສະດາຈານ Henry Dang, ເຊິ່ງແມ່ນຊາວ ຫວຽດນາມ ດຳລົງຊີວິດຢູ່ ຝຣັ່ງ, ຄູສອນຢູ່ມະຫາວິທະຍາໄລ Paris 1 – Sorbonne, ໃຫ້ຮູ້ວ່າ: ທ່ານປາດຖະໜາວ່າ : ຝຣັ່ງ ຈະສະໜັບສະໜູນ ຫວຽດນາມ ຫຼາຍກ່ວາໃນບັນຫາທະເລຕາເວັນອອກ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຝຮັ່ງ ແລະ ຫວຽດນາມ ນັບມື້ນັບກ້າວເຂົ້າສູ່ແທດຈິງ, ເພີ່ມທະວີການພົວພັນແລກປ່ຽນເສດຖະກິດ, ການຄ້າ ແລະ ວັດທະນະທຳລະຫວ່າງ 2 ປະເທດ.