ຫາງສຽງສາກົນ ເຊີດຊູທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ
(VOVWORLD) - ຫາງສຽງສາກົນ ກໍໄດ້ເຊີດຊູຄວາມມານະພະຍາຍາມຂອງ ຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງເຂດທະເລຕາເວັນອອກສັນຕິພາບ, ສະຫງົບປອດໄພ, ປະຕິບັດກົດໝາຍສາກົນ ແລະ UNCLOS 1982.
(ພາບປະກອບ: TTXVN) |
ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ ຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ; ປົກປ້ອງສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີຜ່ານການເຈລະຈາ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ສືບຕໍ່ຮັບການສະໜັບສະໜູນຢ່າງແຮງຂອງປະຊາຄົມສາກົນ. ໃນການພົບປະຂັ້ນສູງ, ເຈົ້າໜ້າທີ່ຫຼາຍປະເທດ ແລະ ສື່ມວນຊົນສາກົນ ໄດ້ສະແດງຄວາມເຫັນດີເປັນເອກະພາບດ້ວຍທັດສະນະຂອງ ຫວຽດນາມ ໃນບັນຫານີ້.
ຫາງສຽງສາກົນ ກໍໄດ້ເຊີດຊູຄວາມມານະພະຍາຍາມຂອງ ຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງເຂດທະເລຕາເວັນອອກສັນຕິພາບ, ສະຫງົບປອດໄພ, ປະຕິບັດກົດໝາຍສາກົນ ແລະ UNCLOS 1982. ໃນບົດຂຽນທີ່ໄດ້ເອົາລົງໃນເວັບໄຊ Infox.ru ຂອງລັດເຊຍ ຫວ່າງມໍ່ໆມານີ້ ມີຫົວຂໍ້: “ຫວຽດນາມ - ຄັນທຸງນຳໜ້າຂອງ ອາຊຽນ”, ທ່ານ Grigory Trofimchuk - ນັກຊ່ຽວຊານກ່ຽວກັບນະໂຍບາຍການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢັ້ງຢືນວ່າ ຫຼັກໝັ້ນສະເໝີຕົ້ນສະເໝີປາຍທີ່ມີລັກສະນະສ້າງສັນຂອງ ຫວຽດນາມ ໃນການສ້າງສັນຕິພາບ ແລະ ສະຖຽນລະພາບໃນທົ່ວພາກພື້ນ, ລວມທັງທະເລຕາເວັນອອກ, ແມ່ນປັດໄຈສຳຄັນຊ່ວຍໃຫ້ ຮ່າໂນ້ຍ ປັບຕົວເຂົ້າກັບສະພາບພູມີສາດການເມືອງແບບທັນສະໄໝ.