(vovworld) – ຕອນບ່າຍວັນທີ 27/06, ມີນັກສຶກສາ, ຊາວຫວຽດນາມອາໄສຢູ່ສະວິດ ແລະ ປະຊາຊົນປະເທດສະວິດ ເປັນຈຳນວນຫຼວງຫຼາຍພ້ອມກັນເຂົ້າຮ່ວມການເດີນຂະບວນ, ລົງນາມໃນຈົດໝາຍຄັດຄ້ານເລື່ອງຈີນ ປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ ໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງສະຫະປະຊາຊາດ, ຂຶ້ນກັບນະຄອນ ເຊີແນວ, ປະເທດສະວິດ. ຕາງໜ້າໃຫ້ໄວໜຸ່ມ, ອ້າຍ ລຶວວິ້ງຕ່ວານ, ຮອງປະທານສະມາຄົມຊາວໜຸ່ມຫວຽດນາມ ປະຈຳສະວິດ, ໄດ້ມີບົດກ່າວປາໄສ ເນັ້ນໜັກເຖິງພື້ນຖານດ້ານນິຕິກຳ ແລະ ບັນດາພະຍານຫຼັກຖານປະຫວັດສາດ ຢັ້ງຢືນອະທິປະໄຕທີ່ຖືກຕ້ອງກັນກົດໝາຍສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢ່າງຕໍ່ເນືອງ ແລະ ມີມາແຕ່ດົນນານຂອງຫວຽດນາມ. ບັນດາການເຄື່ອນໄຫວກໍ່ສ້າງເປີດກວ້າງ ແລະ ເຮັດໃຫ້ປ່ຽນແປງສະພາບເດີມຢູ່ບັນດາໝູ່ເກາະເຈືອງຊາ ຢູ່ທະເລຕາເວັນອອກ ແມ່ນສິ່ງທ່ີປະຊາຊົນຫວຽດນາມ, ປະຊາຄົມສາກົນບໍ່ສາມາດຮັບຮູ້ໄດ້. ທ່ານນາງ Anjuska Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ຖືວ່າ; ບັນດາປະເທດໃນໂລກ ຕ້ອງເຂົ້າໃຈຢ່າງຈະແຈ້ງເນື້ອແທ້ຂອງບັນຫານັ້ນແມ່ນ ຈີນ ພວມນາບຂູ່ເຖິງຄວາມສັນຕິພາບ, ຄວາມປອດໄພໃນພາກພື້ນ ແລະ ໃນໂລກ; ຄຽງຄູ່ກັບເລື່ອງຄວນສະໜັບສະໜູນຫວຽດນາມ ໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນແລ້ວ, ກໍຕ້ອງອອກສຽງເພື່ອສັນຕິພາບ ແລະ ຄວາມຍຸຕິທຳ, ເພື່ອໂລກປອດສົງຄາມ.