ຫາງສຽງສາກົນວິຕົກວັງວົນຕໍການກໍ່ລັດຖະປະຫານຢູ່ໄທ
ທະຫານໄທ
(ພາບປະກອບຈາກ dantri.com.vn)
(vovworld) - ພາຍຫຼັງບັນດາການຜັນແປດ້ານການເມືອງຢ່າງຕໍ່ເນື່ອງຢູ່ ໄທ, ຕອນບ່າຍວັນທີ 22/5, ຫາງສຽງສາກົນໄດ້ຍົກອອກບັນດາປະຕິກິລິຍາທຳອິດ. ວັນທີ 22/5, ໂຄສົກອົງການສິດທິມະນຸດ ສປຊ Ravina Shamdasani ສະແດງຄວາມວິຕົກວັງວົນຕໍ່ການກໍ່ລັດຖະປະຫານຢູ່ ໄທ ຖືກດຳເນີນໄປໃນວັນດຽວກັນ ແລະ ຖືວ່າ: ເລື່ອງປະກາດກົດໄອຍະການເສິກ ແລະ ບັນດາຄຳສັ່ງດ້ານການທະຫານອາດຈະລະເມີດບັນດາສິດຂອງປະຊາຊົນ. ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຝຣັ່ງ Francois Hollande ຮຽກຮ້ອງ ໄທ ກັບຄືນສູ່ລະບອບອຳນາດນິຕິບັນຍັດໃນທັນທີ, ພ້ອມທັງເນັ້ນໜັກຄວາມຈຳເປັນເຄົາລົບບັນດາສິດພື້ນຖານ ແລະ ຄວາມເສລີຂອງປະຊາຊົນ.
ກ່ອນໜ້ານັ້ນ, ວັນທີ 22/5, ກອງທັບ ໄທ ຖະແຫຼງລັດຖະປະຫານ ແລະ ສ້າງຕັ້ງຄະນະກຳມະການຮັກສາສັນຕິພາບແຫ່ງຊາດ ເພື່ອແນໃສ່ບໍລິຫານປະເທດຊາດ ພາຍຫຼັງບັນດາຝ່າຍຄ້ານ ພາຍໃນປະເທດໄດ້ເຂົ້າຮ່ວມການເຈລະຈາໃນວັນທີ 21 ແລະ 22/5 ເຊິ່ງບໍ່ບັນລຸຂໍ້ຕົກລົງໃດໆ. ກອງທັບ ໄທ ຕົກລົງໂຈະການນຳໃຊ້ລັດຖະທຳມະນູນປີ 2007 ໄວ້ຊົ່ວຄາວ, ເວັ້ນເສຍແຕ່ບາງພາກກ່ຽວຂ້ອງເຖິງລາດຊະວົງ. ເຖິງຢ່າງໃດກໍ່ຕາມ, ວຸດທິສະພາ ໄທ ແລະ ສານແຫ່ງຕ່າງໆຍັງເຄື່ອນໄຫວເປັນປົກກະຕິ. ກອງທັບໄທກໍ່ຮຽກຮ້ອງໃຫ້ຜູ້ແຫ່ຂະບວນປະທ້ວງທັງຝ່າຍຄ້ານ ແລະ ຝ່າຍສະໜັບສະໜູນລັດຖະບານກັບເມືອບ້ານໃນທັນທີເພື່ອສ້າງສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍຄືເກົ່າ. ສະຖານີໂທລະພາບ ແລະ ກະຈາຍສຽງກໍ່ຢຸດຕິບັນດາລາຍການປະຈຳວັນ ແລະ ພຽງແຕ່ອອກຂ່າວໂດຍຝ່າຍກອງທັບຍົກອອກມາ.