ຫາງສຽງສາກົນສືບຕໍ່ໃຫ້ຂ່າວກ່ຽວກັບຄວາມໝາຍການຢ້ຽມຢາມ ອາເມລິກາ ຂອງປະທານປະເທດ ຫວຽດນາມ

ຫາງສຽງສາກົນສືບຕໍ່ໃຫ້ຂ່າວກ່ຽວກັບຄວາມໝາຍການຢ້ຽມຢາມ ອາເມລິກາ ຂອງປະທານປະເທດ ຫວຽດນາມ - ảnh 1
ພາບປະກອບ

(vovworld) – ວາລະສານ “​ໂລກ​ຫຼາຍຂົ້ວ​” ຂອງ​ລັດ​ເຊຍ ​ໄດ້​ຄັດ​ສະ​ເໜີ​ຂໍ້​ສັງ​ເກດ​ຂອງ​ບັນດາ​ນັກ​ໄຈ້​ແຍກ ​ແລະ ນັກ​ວິຈານ ລັດ​ເຊຍ ກ່ຽວ​ກັບ​ການ​ຢ້ຽມຢາມສະຫະລັດອາ​ເມ​ລິ​ກາ​ ຂອງ​ທ່ານ​ປະ​ເທດປະ​ເທດ ​ເຈືອງ​ເຕີນ​ຊາງ ​​ໃນ​​ໄລ​ຍະ​ຜ່ານ​ມາ. ຄຳ​ເຫັນ​ສ່ວຍ​ຫຼາຍ​​ເຫັນ​ດີ​ເປັນ​ເອກະສັນກັນ​ວ່າ: ການ​ຢ້ຽມຢາມ​ນີ້​ມີ​ຜົນ​ສະທ້ອນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມສະດວກ​ໃຫ້ການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ກໍ່​ຄື​ສົ່ງຜົນກະທົບເຖິງ​ສະພາບ​ການ​ຢູ່​ພາກ​ພື້ນ​ອາຊີ - ປາຊີຝີກ. ບົດ​ຂຽນ​ຂອງ​ບັນນາທິການ​ໃຫຍ່​ວາລະສານ​ດັ່ງກ່າວຊື້​ແຈ້ງ ການ​ຢ້ຽມຢາມ​ອາເມລິກາ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແມ່ນ​ເຫດການ​ເປັນ​ໜ້າ​ຈົດຈຳ.​ ໝາກຜົນ​ຂອງ​ການ​ຢ້ຽມຢາມ​ນີ້​ໄດ້​ຮັບ​ການ​​ວິຈານ​ຢ່າງ​ຟົດ​ຟື້ນຈາກ​ບັນດາ​ສຳນັກ​ຂ່າວສານ​ສາກົນ, ກ່ອນ​ອື່ນ​ໝົດ, ຄວາມ​ເອົາ​ໃຈ​ໃສ່​ໄດ້​ສຸ​ມ​ໃສ່​​ຄວາມ​ສຳຄັນ​ຂອງ​ບັນດາ​ບັນຫາ​ການ​ເມືອງ​ທີ່​ໄດ້​ປຶກສາ​ຫາລື ຢູ່ ວໍ​ຊິງ​ຕັນ. ວົງການ​ນັກ​​ໄຈ້​ແຍກ​ລັດ​ເຊຍ ຖື​ວ່າ: ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນີ້,​ 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ດຳ​ລົງ​ຊີວິດ​ໃນ​ສັນຕິພາບ ​ແລະ ພັດທະນາ​ການ​ພົວພັນ​ຮອບດ້ານ​ມຸ້ງ​ໄປ​ເຖິງ​ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາດ. ຕາມ​ບົດ​ຂຽນ​ແລ້ວ, ມີ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ກໍ່​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ.

    ວັນ​ທີ 31/7, ວາລະສານ ອາຊີ - ​ເອີ​ລົບ ຂອງ​ ອາ​ເມ​ລິ​ກາ ຢືນຢັນ: ການ​ຢ້ຽມຢາມອາເມລິກາ ​ຂອງ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ  ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ​ແລະ ໄຂສັງກາດ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ວາລະສານ ອາຊີ - ​ເອີ​ລົບ ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ທັງ​ມີ​ຄວາມ​ໝາຍ​ດ້ານ​ປະຫວັດສາດ ​ແລະ ສັນຍາ​ລັກ. ​ໃນ​ປະຫວັດສາດ, ນີ້​ເປັນ​ຄັ້ງ​ທີ 2 ທີ່ປະທານ​ປະ​ເທດ ຫວຽດນາມ ​ໄປ​ຢ້ຽມຢາມ ອາ​ເມ​ລິ​ກາ. ກ່ຽວ​ກັບ​ດ້ານສັນຍາ​ລັກ, ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ພື້ນຖານ​ການ​ເມືອງ ​ແລະ ຍຸດ​ທະ​ສາດ, ​ເປັນ​ຂີ​ດໝາຍ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ໄລຍະ​ສຳຄັນ, ​ເມື່ອ​ບັນດາ​ບັນຫາ ອາຊີ - ປາຊີ​ຟີ​ກ ​ໄດ້​ຮັບ​ຄວາມ​ສົນ​​ໃຈ​​ເປັນ​ພິ​ເສດ.

ຂ່າວ/ບົດ​ອື່ນ