ຫາງ​ສຽງ​ສາ​ກົນ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເຫດ​ຍິງ​ທົດ​ລອງລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ ສ​ປ​ປ.ເກົາຫຼີ

(VOVWORLD) -   ພາຍຫຼັງເຫດຍິງທົດລອງລູກສອນໄຟນຳວິຖີ ໂດຍ ສປປ.ເກົາຫຼີ ປະຕິບັດໃນວັນທີ 24 ມີນາ, ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແລະ ສະຫະພາບເອີຣົບ (ອີຢູ) ໄດ້ສະແດງຄວາມວິຕົກກັງວົນຕໍ່ການກະທຳຫຼ້າສຸດນີ້, ພ້ອມທັງຮຽກຮ້ອງໃຫ້ ພຽງຢ່າງ ກັບຄືນສູ່ປະຕິບັດຄຳໝັ້ນສັນຍາຢຸດຍິງທົດລອງລູກສອນໄຟຄືນໃໝ່.

  ໃນຖະແຫຼງການຮ່ວມ, ການນຳບັນດາປະເທດກຸ່ມ G7 ຖືການກະທຳຂອງ ສປປ.ເກົາຫຼີ ແມ່ນການນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ກໍຄືສາກົນ, ກໍ່ຄວາມອັນຕະລາຍ ແລະ ຄວາມສ່ຽງທີ່ບໍ່ອາດຄາດຄະເນລ່ວງໜ້າໄດ້ຕໍ່ຂະແໜງການບິນພົນລະເຮືອນສາກົນ ກໍຄື ການເຄື່ອນໄຫວຊີ້ທາງຂອງຂົງເຂດເດີນເຮືອໃນພາກພື້ນ. ການນຳບັນດາປະເທດ G7 ແລະ ອີຢູ ກໍຮຽກຮ້ອງໃຫ້ພຽງຢ່າງ ຍົກເລີກການກະທຳທັງໝົດ, ອາດຈະຢັ້ງຢືນ ແລະ ບໍ່ໄປຝືນກັບໂຄງການທີ່ກ່ຽວຂ້ອງເຖິງລູກສອນໄຟນຳວິຖີ ແລະ ອາວຸດລ້າງຜານ.

        ກ່ຽວກັບບັນຫານີ້, ວັນທີ 25 ມີນາ, ໃນການພົບປະລະຫວ່າງທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Igor Morgulov ແລະ ທ່ານ ລິວຊຽວໝິງ ທູດພິເສດຂອງ ຈີນ ຮັບຜິດຊອບກ່ຽວກັບແຫຼມເກົາຫຼີ, ສອງຝ່າຍກໍສະແດງຄວາມວິຕົກກັງວົນຕໍ່ການຜັນແປຫຼ້າສຸດນີ້, ພ້ອມທັງເນັ້ນໜັກວ່າ ຄວນເພີ່ມທະວີຄວາມມານະພະຍາຍາມແນໃສ່ຊອກຫາມາດຕະການດ້ານການເມືອງ ແລະ ການທູດຢ່າງຍຸດຕິທຳສຳລັບບັນຫາຂອງພາກພື້ນ ອາຊີຕາເວັນອອກສ່ຽງເໜືອ” ແລະ “ເຫັນດີຮັກສາການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ ລັດເຊຍ ແລະ ຈີນ”.

ຕອບກັບ

ຂ່າວ/ບົດ​ອື່ນ