ຫາງສຽງສາກົນສະໜັບສະໜູນຄວາມເປັນທຳ ແລະ ແຜນນະໂຍບາຍນຳໃຊ້ບັນດາມາດຕະການສັນຕິພາບຂອງຫວຽດນາມ
(ກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກ
ໂດຍສະຖານທູດຫວຽດນາມ ປະຈຳອາຟລິກາໃຕ້ ຈັດຕັ້ງ)
(vovworld) – ກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກ ໂດຍສະຖານທູດຫວຽດນາມ ປະຈຳອາຟລິກາໃຕ້ ຈັດຕັ້ງໃນວັນທີ 12/06, ຢູ່ນະຄອນຫຼວງ Pretori, ໄດ້ດຶງດູດຜູ້ແທນເຂົ້າຮ່ວມກວ່າ 70 ຄົນ, ໃນນັ້ນມີຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດອາຟລະກາໃຕ້, ອຸປະທູດຊົ່ວຄາວ, ຜູ້ຕາງໜ້າສະຖານທູດບັນດາປະເທດອາຊຽນ, ນິວຊີແລນ, ອາເມລິກາ, ຍີ່ປຸ່ນ, ກຸຍບາ, ບູນກາຣີ… ພ້ອມກັບນັກຮຽນຮູ້, ນັກຂ່າວຫຼາຍຄົນ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ເລຮຸຍຮ່ວາງ ໄດ້ຮຽກຮ້ອງໃຫ້ນັກການເມືອງ, ນັກຮຽນຮູ້ ແລະ ບັນດາຄະນະທູຕານຸທູດຢູ່ອາຟລິກາ ສະໜັບສະໜູນຮຽກຮ້ອງຄວາມເປັນທຳຂອງຫວຽດນາມ, ອອກສຽງຄັດຄ້ານການກະທຳລະເມີດກົດໝາຍຂອງຈີນ, ຮຽກຮ້ອງໃຫ້ຈີນ ຖອນຮ້ານເຈາະນ້ຳມັນໄຮ່ຢາງ 981 ພ້ອມກັບກຳປັ່ນປ້ອງກັນທຸກລຳ ອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ, ພ້ອມທັງຢຸດຕິບັນດາການກະທຳສົ່ງຜົນທະທ້ອນເຖິງຄວາມສະຫງົບປອດໄພໃນການເດີນທະເລ ກໍ່ຄືຄວາມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໃນຄະນະທູຕານູທູດໄດ້ສະນັບສະໜູນບັນດາການເຄື່ອນໄຫວອັນຊອບທຳ, ແຜນນະໂຍບາຍລະງັບໃຈ, ນຳໃຊ້ບັນດາມາດຕະການສັນຕິພາບຂອງຫວຽດນາມ. ທ່ານ Hiroaki Fujiwara ອຸປະທູດສະຖານທູດຍີ່ປຸ່ນປະຈຳ ອາຟລິກາໃຕ້ ເນັ້ນໜັກວ່າ, ຍີ່ປຸ່ນ ສະໜັບສະໜູນບັນດາປະເທດອາຊຽນ, ຍົກສູງກົດໝາຍສາກົນ, ຮຽກຮ້ອງຝ່າຍຕ່າງໆຈົ່ງລະງັບໃຈບໍ່ນຳໃຊ້ອາວຸດ. ທ່ານ Chad Jacinto ສະຖານທູດ ຟີລິບປີນ ຢືນຢັນວ່າ, ຟີລິບປີນ ຄັດຄ້ານອະທິປະໄຕທີ່ໄດ້ເອີ້ນວ່າ “ເສັ້ນລີ້ນງົວ” ຂອງຈີນ. ນັກຮຽນຮູ້ຫຼາຍທ່ານກໍ່ຖືວ່າ ຫວຽດນາມ ສາມາດນຳໃຊ້ບັນດາກົນໄກ, ເວທີປາໄສທີ່ກ່ຽວຂ້ອງຢູ່ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ… ເພື່ອສືບຕໍ່ຍາດແຍ່ງການສະໜັບສະໜູນຂອງປະຊາຄົມໂລກຢ່າງກວ້າງຂວາງ.