ຫາງ​ສຽງ​ສາ​ກົນ​ຮຽ​ກ​ຮ້ອງໃຫ້​ຮັກ​ສາ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ຢູ່​ບັນ​ດາ​ເຂດສັກ​ສິດ​ Jerusalem

(VOVWORLD) - ໂດຍກ່ຽວຂ້ອງເຖິງເລື່ອງມໍ່ໆມານີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບອິດສະລາແອັນ Itamar Ben-Gvir ໄປຢ້ຽມຢາມເຂດ ໂບດອິດສະລາມ Al-Aqsa ເຊິ່ງອິດສະລາແອັນ ເອີ້ນວ່າ ພູໂບດ ຢູ່ Jerusalem ເຂດສັກສິດສຳລັບຊາວຢິວ ແລະ ຊາວອິດສະລາມ, ຫາງສຽງສາກົນສືບຕໍ່ມີບັນດາປະຕິກິລິຍາຕໍ່ການກະທຳນີ້.

ຫາງ​ສຽງ​ສາ​ກົນ​ຮຽ​ກ​ຮ້ອງໃຫ້​ຮັກ​ສາ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ຢູ່​ບັນ​ດາ​ເຂດສັກ​ສິດ​ Jerusalem - ảnh 1ໂບດອິດສະລາມ Al-Aqsa (ພາບ: AFP/TTXVN)

ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນ, ວັນທີ 4 ມັງກອນ, ຢູ່ນິວຢອກ, ທ່ານ Farhan Haq, ຮອງໂຄສົກຂອງທ່ານເລຂາທິການໃຫຍ່ ສປຊໂດຍໃຫ້ຮູ້ວ່າ ທ່ານ Antonio Guterres ຍາມໃດກໍ່ເນັ້ນໜັກເຖິງຄວາມສຳຄັນໃນການຮັກສາສະພາບການປັດຈຸບັນຂອງເຂດສັກສິດຕ່າງໆ. ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບການກະທຳທີ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງ ຢູ່ພາຍໃນ ແລະ ອ້ອມແອ້ມເຂດສັກສິດປີນຂັ້ນໄດ. ແລະກໍ່ໃນວັນທີ 4 ມັງກອນ, ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນຂອງລັດຖະບານ ເຢຍລະມັນ, ທ່ານໂຄສົກກະຊວງການຕ່າງປະເທດ ເຢຍລະມັນໃຫ້ຮູ້ວ່າ ແຍກແລງ ມີຄວາມວິຕົກກັງວົນຕໍ່ເລື່ອງບັນດາປະເທດກໍ່ໄພອັນຕະລາຍຕາມລຳພັງຝ່າຍດຽວຕໍ່ສະພາບການໃນປັດຈຸບັນຢູ່ເຂດໂບດອິດສະລາມ Al-Aqsa.

ສ່ວນຝ່າຍອາເມລິກາ, ໃນວັນທີ 4 ມັງກອນ, ຢູ່ການຖະແຫຼງຂ່າວ ທ່ານນາງ Karine Jean-Pierre ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ເນັ້ນໜັກວ່າ ອາເມລິກາ ເດັດດ່ຽວຮັກສາສະພາບການປັດຈຸບັນຢູ່ເຂດສັກສິດຢູ່ Jerusalem.

ຕອບກັບ

ຂ່າວ/ບົດ​ອື່ນ