ຫາງສຽງອັກຊັງຕິນ ຄັດຄ້ານຈີນ


ຫາງສຽງອັກຊັງຕິນ ຄັດຄ້ານຈີນ - ảnh 1

(ພາບປະກອບ)

(vovworld) –​ ເລື່ອງຈີນ ​ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໄດ້​ນາບ​ຂູ່​ສັນຕິພາບ​ຢູ່​ອາຊີ​ຕາ​ເວັນ​ອອກ​ກໍ່​ຄື​ໃນ​ໂລກ. ນັ້ນ​ແມ່ນ​ຄຳຢືນຢັນ​ຂອງທ່ານ Alberto Hutschenreuter ສາດສະດາຈານ​ພູມ​ສາດ​ການ​ເມືອງ, ວິທະຍາຄານ​ປ້ອງ​ກັນ​ອາກາດ​ອັກ​ຊັງ​ຕິນ ທັງ​ແມ່ນ​ຜູ້ອຳ​ນວນ​ການ​ບໍລິສັດ​ສື່ສານ Elquilibrium Globa ​​ເມື່ອ​ວິ​ຈານ​ກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ. ​ໃນ​ລາຍການ​ກະຈາຍສຽງ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ​ໂດຍ Elquilibrium Globa ​​ປະຕິບັດ, ທ່ານ Alberto Hutschenreuter ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ຕໍ່ເລື່ອງ​ຈີນ ບໍ່​ຍອມຮັບ​ຄຳ​ຕັດສິນ​ຂອງ​ບັນດາ​ອົງການ​ຈັດຕັ້ງສາກົນ​ເພື່ອ​ແກ້​ໄຂຂໍ້​ຂັດ​ແຍ້​ງ, ຫາກ​ຍັງ​ກະຕຸກ​ຊຸກຍູ້​ລັດທິ​ຊົນ​ຊາດ ​ແລະ ​ເພີ່ມ​ທະວີ​ການ​ຊ່ວງ​ເສັງ​ອາວຸດ.

   ທ່ານ Diego Velazquez ຜູ້​ຮັບຜິດຊອບ​ການ​ໂຄສະນາ​ສັງຄົມ​ຂອງ Elquilibrium Globa ​ໄດ້​ແບ່ງປັນ​ຄວາມ​ເປັນ​ຫ່ວງ​ກັງວົນ​ຕໍ່​ເລື່ອງ​ປັກ​ກິ​ງ ​ເມີນ​ເສີຍ​ຕໍ່​ກົດ​ໝາ​ຍສາກົນ. ທ່ານ​ຖື​ວ່າ, ເລື່ອງຈີນ ​ໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແລະ ລະດົມ​ກຳ​ປັ່ນ, ນັບ​ທັງ​ກຳ​ປັ່ນ​ທະຫານ​​ເພື່ອ​ບຸກ​ໂຈມ​ຕີ​ກຳ​ປັ່ນ​ຂອງ​ຫວຽດນາມ ​ແມ່ນ​ການ​ກະທຳ​ທ້າ​ທາຍ​ອະທິປະ​ໄຕ​ຂອງ​ຫວຽດນາມ, ນາບ​ຂູ່​ສະຖຽນ​ລະ​ພາບ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ສັນຕິພາບ​ໂລກ.

  ສ່ວນ​ທ່ານ​ນາງ Vanina Fattori ຜູ້​ຮັບຜິດຊອບ​ການ​ພັດທະນາ​ ​ແລະ ​ເນື້ອ​ໃນ​ຂອງ Elquilibrium Globa ຊີ້​ແຈ້ງວ່າ: ການ​ກະທຳ​ຂອງ​ຈີນ ​ໄດ້​ລະ​ເມີດ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS) ​ແລະ ​ໄປ​ຝືນ​ກັບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ຊື່​ງຈີນ ​ໄດ້​ເຊັນ​ກັບ​ອາ​ຊຽນ ​ເມື່ອ​ປີ 2002 ./.

ຂ່າວ/ບົດ​ອື່ນ