ຫາງສຽງອາເມລິກາຮັບຮູ້ບັນດາສັນຍານຕັ້ງໜ້າຕໍ່ໜ້າການຢ້ຽມຢາມຫວຽດນາມຂອງທ່ານBarackObama

ຫາງສຽງອາເມລິກາຮັບຮູ້ບັນດາສັນຍານຕັ້ງໜ້າຕໍ່ໜ້າການຢ້ຽມຢາມຫວຽດນາມຂອງທ່ານBarackObama - ảnh 1
ທ່ານ​ປະທານາທິບໍດີ ສະຫະລັດ ອາ​ເມ​ລິ​ກາ Barack Hussein Obama
(ພາບ: EPA/TTXVN)

(vovworld) –​​ ຫາງ​ສຽງ ອາ​ເມ​ລິ​ກາ ສືບ​ຕໍ່ສະ​ແດງ​ຄວາມສົນ​ໃຈ​ຫຼາຍ​ຕໍ່​ເຫດການ​ທ່ານ​ປະທານາທິບໍດີ ສະຫະລັດ ອາ​ເມ​ລິ​ກາ Barack Hussein Obama ຈະ​ຢ້ຽມຢາມ ຫວຽດນາມ​ ຢ່າງ​​ເປັນ​ທາງ​ການ​​ແຕ່​ວັນ​ທີ 22 – 25/5/2016. ວົງ​ການ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ໃຫ້​ຮູ້​ວ່າ: ປະທານາທິບໍດີ Obama ລໍຖ້າການ​ຢ້ຽມຢາມ ຫວຽດນາມ ​ແລະ ຄາດ​ວ່າ​ຈະ​ເຈລະຈາ​ກັບ​ບັນດາ​ການ​ນຳ ຫວຽດນາມ​ ​ເພື່​ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົ​ວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຄ້າ - ການ​ລົງທຶນ, ກາ​ນຮ່ວມ​ມື​ດ້ານ​ສຶກສາ, ການປ້ອງ​ກັນ​ຄວາມ​ສະຫງົບ, ສິດທິ​ມະນຸດ, ກໍ່​ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການຢ້ຽມຢາມ​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ພວມ​ພັດທະນາ​ຢ່າງ​ແຮງ. ​ໃນ​ຮອບ​ເວລາ​ພຽງ 2 ທົດ​ສະ​ວັດ​​ແຫ່ງ​ການສ້າງ​ສາຍພົວພັນ​ເປັນ​ປົກ​ກະຕິ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າ​ອັນ​ໃຫຍ່​ຫຼວງ.

        ທ່ານຮອງ​ສາ​ດສະ​ດາ​ຈານ Admund Malesky, ຂຶ້ນ​ກັບ​ພະ​ແນ​ກ​ເສດຖະກິດ​ການ​ເມືອງ ມະຫາວິ​ທະຍາ​ໄລ Duke (ອາ​ເມ​ລິ​ກາ) ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ Obama ​ເຖິງ ຫວຽດນາມ ຈະ​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​ຍ້ອນ​ຈາກບັນດາ​ຄວາມ​ແຕກ​ຕ່າງ​ກັນ​ກ່ອນ​ນີ້, ປະຈຸ​ບັນມີ​ການ​ພົວພັນ 2 ຝ່າຍ​​ໄດ້ພັດທະນາ​ຢ່າງ​ໝັ້ນຄົງ​ເຂັ້ມ​​ແຂງ. ການ​ຢ້ຽມຢາມ ສາ​ມາດຈະ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ໃນ​ອະນາຄົດ ​ແລະ ສ້າງ​ການ​ພົວພັນ​ໃນ​ຫຼາຍ​ຂົງ​ເຂດ​​ເຊ​ັ່ນ​ດ້ານ​ການ​ຄ້າ, ການ​ສຶກສາ​ຕະຫຼອດ​ຮອດ​ການ​ຮ່ວມ​ມື​ດ້ານ​ພະລັງງານ.. ​ໃນ​ຂະນະ​ນັ້ນ, ທ່ານ Andre Sauvageot, ອະດີດ​ພັນ​​ເອກ​ອົງ​ການ​ສືບ​ລາຊະການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ (CIA), ຜູ້ອຳນວຍການ​ພັດທະນາການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດນາມ - ອາ​ເມ​ລິ​ກາ ຂອງ​ກຸ່ມ​ບໍລິສັດ​ທີ່​ປຶກສາ Maventus, ຖື​ວ່າ: ອາ​ເມ​ລິ​ກາ ຄວນ​ຍົກ​ເລີກ​ຄຳ​ສັ່ງຂວຳ້​ບາດ​ດ້ານ​ອາວຸດ​ຢ່າງ​ສົມບູນ​ກັບ ຫວຽດນາມ, ພ້ອມ​ທັງ​ຫວັງ​ວ່າ ລັດຖະບານ ອາ​ເມ​ລິ​ກາ ຈະ​ປະກອບສ່ວນ​ເຂົ້າ​ໃນ​ການສ້າງກອງທັບ​ ຫວຽດນາມ ​ເປັນ​ທັນ​ສະ​ໄໝ.


ຂ່າວ/ບົດ​ອື່ນ