ຫາງສຽງໄທຕີລາຄາສູງຜົນງານ ຂອງນາຍົກລັດຖະມົນຕີ

ຫາງສຽງໄທຕີລາຄາສູງຜົນງານ ຂອງນາຍົກລັດຖະມົນຕີ - ảnh 1

ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ

(ພາບ:vnexpress.net)

(VOV)-   ວັນ​ທີ 26/12, ສູນ​ຄົ້ນຄ້ວາ​ມະຫາວິທະຍາ​ໄລ​ບາງກອກ-​ໄທ ​ໄດ້​ປະກາດ​ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ກ່ຽວ​ກັບ​ບັນດາສ່ວນ​ບຸກຄົນ, ​ເຫ​ດການ, ອົງການ​ຈັດຕັ້ງມີ​ຜົນງານ​ຫຼາຍ​ກ່ວາ​ໝູ່​ຂອງ​ໄທ ​ໃນ​ປີ 2012. ໜ​້າສົນ​ໃຈ​ແມ່ນ, ​ໃນ​ຈຳ​ນວນ 52% ຄົນ​ຖືກ​ຖາມ​ໄດ້​ເລືອກທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ​ ​ແມ່ນ​ນັກ​ການ​ເມືອງ​ມີ​ຜົນງານ​ການ​ເຄື​່ອນ​ໄຫວ​ຕັ້ງໜ້າ​ກ່ວາ​ໝູ່. ຖັດມາ​ແມ່ນ​ທ່ານ​ປະທານ​ພັກ​ປະຊາທິປະ​ໄຕ​ຝ່າຍ​ຄ້ານ​ອະພິສິດ ​ໄດ້​ຮັບ​ການ​ເລືອກ​​ເຟັ້ນຈາກ​ຈຳນວນ 16% ຄົນ​ຖືກ​ຖາມ. ບັນດາ​ອົງ​ການ,​ ສຳນັກງານ, ບໍລິສັດ​ຂອງ​ໄທ​ມີ​ການ​ເຄື່ອນ​ໄຫວ​ຕັ້ງໜ້າ​ໄດ້​ຮັບ​​ເລືອກ​ເຟັ້ນ​ຈາກ​ປະຊາຊົນ​ມີ: ກອງທັບ, ກຸ່ມ​ບໍລິສັດ​ຊີມັງ​ໄທ, ຊ່ອງ 3 ​ໂທລະພາບ​ໄທ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ໄທ ​ແລະ ອົງການ​ຕຳຫຼວດ​ແຫ່ງ​ຊາດ​ໄທ.

ຂ່າວ/ບົດ​ອື່ນ