ຫຼາຍກາລະໂອກາດໃຫ້ຫວຽດນາມສົ່ງອອກເກີນດູນໄປຍັງອາເມລິກາ

ຫຼາຍກາລະໂອກາດໃຫ້ຫວຽດນາມສົ່ງອອກເກີນດູນໄປຍັງອາເມລິກາ - ảnh 1
ພາບ​ປະ​ກອບ

(vovworld) ​​-   ວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ, ກົມ​ສົ່ງ​ເສີມ​ການ​ຄ້າ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ​ໄດ້​ສົບ​ທົບ​ກັບ​ສະຖານທູດ​ອາ​ເມ​ລິ​ກາ​ ປະຈຳ​     ຮ່າ​ໂນ້ຍຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ການ​ຄ້າ​ຫວຽດນາມ-​ອາ​ເມ​ລິ​ກາ ກ່ອນ​ທີ່​ຈະ​ດຳ​ເນີນສັນຍາ TPP: ​ແງ່​ຫວັງ ​ແລະ ສິ່ງ​ທ້າທາຍ”. ຕາມ​ຕົວ​ເລກ​ສະຖິຕິຂອງກົມ​ສົ່ງ​ເສີມ​ການ​ຄ້າ-​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແລ້ວ, ມາຮອດ​ປະຈຸ​ບັນ,     ອາ​ເມ​ລິ​ກາ​ມີ​ໂຄງການ​ລົງທຶນ​ເຂົ້າ​ຫວຽດນາມ 107 ​ໂຄງການ, ດ້ວຍ​ເງິນ​ລົງທຶນ​ກ່ວາ 20 ຕື້ USD. ປີ 2013, ວົງ​ເງິນ​ຂາ​ເຂົ້າຂາ​ອອກ ລະຫວ່າງ 2 ປະ​ເທດບັນລຸ​ເກືອບ 28 ຕື້ USD. ​ໄລ່ຮອດ​ເດືອນ 10 ຜ່ານ​ມາ, ຫວຽດນາມ​ສົ່ງ​ອອກເກີນ​ດູນ​ຍັງອາ​ເມ​ລິ​ກາ​ບັນລຸ​ເກືອບ 19 ຕື້ USD. ​ໃນ​ນັ້ນ, ​ຕຳ່ແຜ່ນຕັດຫຍິບ​ນຳ​ໜ້າກ່ຽວ​ກັບ​ວົງ​ເງິນ​ການ​ຄ້າ, ຖັດ​ມາ​ແມ່ນ​ເກີບ, ​​ເຄື່ອງເຟີ​ນີ​ເຈີ ​ແລະ ​ເຄື່ອງ​ປະດັບ​ປະດາ, ​ເຄື່ອງກົນ​ຈັກ, ​ເຄື່ອງ​​ເອ​ເລກ​ໂຕ​ນິກ… ບັນດາ​ຕົວ​ເລກ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດຍັງ​ຫຼາຍ​ຢູ່, ພິ​ເສດ​​ເມື່ອ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ ​ໄດ້​ຮັບ​ການ​ລົງ​ນາມ​​ໃນ​ເດືອນ 12 ຈະ​ມາ​ເຖິງ. ລະດັບ​ພາສີ​ອາກອນ​ຈະ​​ຫຼຸດ​ລົງ 0%, ສິນຄ້າ​ຫຼາຍ​ຢ່າງ​ມີ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງດີ​ກ່ວາ. ຕາມ​ທ່ານ​ຫງວຽນ​ຮົ່ງ​ເຢືອງ, ຮອງ​ຫົວໜ້າ​ກົມ​ກົມ​ຕະຫຼາດ​ທະວີບອາ​ເມ​ລິ​ກາ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລ້ວ, ຄຽງ​ຂ້າງ​ບັນດາ​ບຸລິມະສິດ​ທີ່ໄດ້​ຊົມ​ໃຊ້​ເມື​່ອ​ເຂົ້າ​ຮ່ວມ​ສັນຍາຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ ວິ​ສາ​ຫະກິດ​ຫວຽດນາມ ກໍ່​ຈະ​ປະສົບ​ກັບຮົ້ວ​ກີດຂວາງ ດ້ານ​ການ​ຄ້າ​ຫຼາຍຢ່າງ ​ເມື່ອ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ຕະຫຼາດ​ອາ​ເມ​ລິ​ກາ. ສະ​ນັ້ນ,  ວິ​ສາ​ຫະກິດຄວນເປັນ​ເຈົ້າ​ການ​ລົງທຶນ​ໃຫ້​ເຕັກ​ໂລ​ໂນ​ຊີ​​ຜະລິດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຮັບປະກັນ​ສິ່ງ​ແວດ​ລ້ອມ ​ແລະ ນຳ​ໃຊ້​ແຮງ​ງານ.


ຂ່າວ/ບົດ​ອື່ນ