ຫຼາຍປະເທດເພີ່ມທະວີມາດຕະການຮັບມືກັບໂລກ Ebola ຊຶ່ງພວມແຜ່ລະບາດ
ຄົນເຈັບຕິດໂລກ Ebola
|
(vovworld)- ຕໍ່ໜ້າສະພາບໂລກ Ebola ທີ່ນັບມື້ນັບແຜ່ລະບາດສູ່ວົງກ້ວາງ ແລະ ຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງກວ່າ 4000 ຄົນ, ຫຼາຍປະເທດໃນໂລກພວມ ຮີບເຮັ່ງເພີ່ມທະວີມາດຕະການດ້ານການແພດເພື່ອສະກັ້ນການແຜ່ລະບາດ. ວັນທີ 11/10, ຢູ່ສະໜາມບິນໃຫຍ່ສຸດທີ່ນິວຢອກປະເທດອາເມລິກາ, ບັນດາເຈົ້າໜ້າທີ່ຢູ່ແຫ່ງນີ້ໄດ້ໃຫ້ຕິດຕັ້ງເຄື່ອງກວດສຸຂະພາບຜູ້ໂດຍສານ, ນອກຈາກນັ້ນ, ຍັງມີ ສະໜາມບິນໃຫຍ່ອື່ນໆອີກ 4 ແຫ່ງກໍຄາດວ່າຈະຕິດຕັ້ງເຄື່ອງກວດສຸຂະພາບຜູ້ໂດຍສານເຊັ່ນກັນ. ພ້ອມດຽວກັນນັ້ນ, ຫຼາຍປະເທດຢູ່ພາກພື້ນອາເມລິກາລາຕິງ ຄື ເປຣູ, ອຸຣູກວາຍກໍໄດ້ປະກາດເພີ່ມທະວີມາດຕະການກວດສຸຂະພາບຜູ້ໂດຍສານຢູ່ສະໜາມບິນ. ເມັກຊິກໂກ, ນີກາຣາກວາ ກໍໄດ້ປະກາດເພີ່ມທະວີມາດຕະການຄວບຄຸມຂະບວນຄົນເຂົ້າເມືອງ. ກ່ອນໜ້ານັ້ນ, ອັງກິດກໍໄດ້ປະກາດເພີ່ມທະວີມາດຕະການຕິດຕັ້ງເຄື່ອງກວດສຸຂະພາບຜູ້ໂດຍສານຢູ່ສະໜາມບິນ ແລະ ສະຖານີລົດໄຟ.