ຫຼາຍ​ປະ​ເທດ​ໃນ​ໂລກ ​ຄຸມ​ເຂັ້ມມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 01 ທັນວາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 263 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,2 ລ້ານຄົນ. ປະເທດທີ່ຖືກຜົນສະທ້ອນຫຼາຍທີ່ສຸດຍັງຄົງແມ່ນ ອາເມລິກາ, ອິນເດຍ ແລະ ບຣາຊິນ.
ຫຼາຍ​ປະ​ເທດ​ໃນ​ໂລກ ​ຄຸມ​ເຂັ້ມມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ 

ສະພາບການໂລກລະບາດໃນໂລກພວມມີການຜັນແປຢ່າງສັບສົນດ້ວຍການປະກົດຕົວຂອງເຊື້ອໄວຣັດສາຍພັນໃໝ່ Omicron, ເຊິ່ງເຮັດໃຫ້ຫຼາຍປະເທດຕ້ອງຄຸມເຂັ້ມມາດຕະການປ້ອງກັນ, ຕ້ານໂລກລະບາດ, ຈັດວາງຄຳສັ່ງຫ້າມເຂົ້າເມືອງ ແລະ ເພີ່ມທະວີການສັກວັກຊິນກັນພະຍາດໂຄວິດ - 19…

        ຢູ່ ເອີຣົບ, ສູນສະກັດກັ້ນ ແລະ ຄວບຄຸມໂລກລະບາດ ເອີຣົບ (ECDC) ແຈ້ງໃຫ້ຊາບວ່າ ວັນທີ 30 ພະຈິກ ມີຜູ້ຕິດເຊື້ອໄວຣັດກາຍພັນ Omicron 42 ຄົນ ຢູ່ 10 ປະເທດສະມາຊິກ ສະຫະພາບ ເອີຣົບ. ໃນສະພາບການນັ້ນ, ຢູ່ ແບນຊິກ, ນະຄອນຫຼວງ ບຣຸກແຊນ ໄດ້ເລີ່ມດຳເນີນບັ້ນສັກວັກຊິນເພີ່ມເຕີມ. ສ່ວນວົງການເຈົ້າໜ້າທີ່ສາທາລະນະສຸກ ບຣາຊິນ ໄດ້ຢັ້ງຢືນວ່າ ມີ 2 ກໍລະນີ ຕິດເຊື້ອໄວຣັດດັ່ງກ່າວ ແລະ ເປັນປະເທດທຳອິດຢູ່ ອາເມລິກາ ລາຕິນ ທີ່ກວດພົບເຊື້ອໄວຣັດກາຍພັນ Omicron.

        ໃນຂະນະນັ້ນ, ກຳປູເຈຍ ໄດ້ຕົກລົງ ຫ້າມເຂົ້າເມືອງ ກຳປູເຈຍ ສຳລັບຜູ້ທີ່ມາຈາກ 10 ປະເທດ ອາຟະລິກາ ເຊິ່ງລວມມີ Botswana, Eswatini, Lesotho, Mozambique, Namibia, Nam Phi, Zimbabwe, Malawi, Angola ແລະ Zambia.

  ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 30 ພະຈິກ ຫາເວລາ 16 ໂມງຂອງວັນທີ 1 ທັນວາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 14.508 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.252.590 ຄົນ, ໃນນັ້ນມີ 992.052 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. 

ຕອບກັບ

ຂ່າວ/ບົດ​ອື່ນ