ຫາຍຟ່ອງ ສຸມໃສ່ ປະຕິບັດບັນດາ ໂຄງການຈຸດສຸມ

ຫາຍຟ່ອງ ສຸມໃສ່ ປະຕິບັດບັນດາ ໂຄງການຈຸດສຸມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ
​ເຮັດ​ວຽກັບ​ຄະນະ​ປະຈຳ​ຄະນະ​ພັກນະຄອນ​ຫາຍ​ຟ່ອງ
(ພາບ: baohaiphong.com.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 22 ສິງຫາ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ ​ໄດ້​ມີ​ການ​ເຮັດ​ວຽກັບ​ຄະນະ​ປະຈຳ​ຄະນະ​ພັກນະຄອນ​ຫາຍ​ຟ່ອງ ​ເພື່ອ​ການ​ກວດກາ​ເນື້ອ​ໃນກະກຽມ​ສະຫຼຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 32 ຂອງ​ກົມ​ການ​ເມືອງ (ຊຸດ​ທີ 9) ກ່ຽວ​ກັບ​ການ “ກໍ່ສ້າງ ​ແລ​ະ ພັດທະນາ​ນະຄອນ​ຫາຍ​ຟ່ອງ ​ໃນ​ໄລຍະ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ”. ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ ຊີ້​ແຈ້ງວ່າ, ມະຕິ​ເລກທີ 32 ​ແມ່ນ​ມະຕິ​ສຳຄັນ ​ເພື່ອ​ຊ່ວຍ​ໃຫ້ຫາ​ຍຟ່ອງ ສ້າງ​ບາດກ້າວ​ກະ​ໂດດ​ຂັ້ນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ສະ​ນັ້ນ, ນອກຈາກ​ການ​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫາຍ​ຟ່ອງ ຕ້ອງ​​ໄຈ້​ແຍກ​ສາຍເຫດ​​ອັດຕາ​ວິ​ໄສ ​ແລະ ພາວະ​ວິ​ໄສ ທີ່​ພາ​ໄປ​ເຖິງ​ເລື່ອງ​ບໍ່​ທັນ​ສຳ​ເລັດ​ບາງ​ໜ້າ​ທີ່​ຕາມ​ມະຕິ​ດັ່ງກ່າວ, ຍົກ​ອອກຫຼັກ​ຖານທີ່ຊັດ​ເຈນເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກົມ​ການ​ເມືອງໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ. ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ ຮຽກຮ້ອງ​ໃຫ້ຫາ​ຍຟ່ອງ ຕ້ອງ​ສູ​ມ​​ທຸກ​ແຫຼ່ງກຳລັງ ເພື່ອ​ປະຕິບັດ​ບັນດາ​ໂຄງການ​ຈຸດ​ສຸມ​​ໃຫ້​ສຳ​ເລັດ, ຫຼີກ​ເວັ້ນການ​ລົງທຶນບໍ່​ມີ​ຈຸດ​ສຸມ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຈຸດໝາຍ​ເສດຖະກິດ​ຈຸດ​ສູ​ມຄື​ ພັດທະນາ​ເສດຖະກິດ​ທະ​ເລ, ການບິນ ​ແລະ ການທ່ອງທ່ຽວ.
ຂ່າວ/ບົດ​ອື່ນ