ຫຼາຍ​ອົງ​ການ​ສາ​ສະ​ໜາ​ຢູ່ນ​ະ​ຄອນ​ໂຮ່​ຈີ​ມິນ ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄົນ​ມາ​ເຕົ້າ​ໂຮມ​ເປັນ​ຈຳ​ນວນຫຼາຍ​

(VOVWORLD) - ນັບແຕ່ເວລາ 16 ໂມງຂອງວັນທີ 26 ມີນາ, ໂບດ ແລະ ສະຖານທີ່ອະທິຖານທັງໝົດໃນທົ່ວສັງຄະລາດ ຈົ່ງໃຫ້ຢຸດຕິການດຳເນີນພິທີກຳຕ່າງໆ ແລະ ທຸກການເຄື່ອນໄຫວທາງສາສະໜາທີ່ມີຄົນມາເຕົ້າໂຮມເປັນຈຳນວນຫຼາຍ.
ຫຼາຍ​ອົງ​ການ​ສາ​ສະ​ໜາ​ຢູ່ນ​ະ​ຄອນ​ໂຮ່​ຈີ​ມິນ ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄົນ​ມາ​ເຕົ້າ​ໂຮມ​ເປັນ​ຈຳ​ນວນຫຼາຍ​ - ảnh 1 ໂບດ ຖູທຽມ (ພາບປະກອບ: VNEXPRESS)

ຕໍ່ໜ້າການຜັນແປສັບສົນຂອງໂລກລະບາດໂຄວິດ - 19, ວັນທີ 25 ມີນາ, ທ່ານ ຫງວຽນນັງ ສັງຄະນາຍົກ ປະຈຳສັງຄະລາດນະຄອນໂຮ່ຈີມິນ ໄດ້ສົ່ງຈົດໝາຍແນະນຳເຖິງຄຸນພໍ່ຢູ່ໂບດແຫ່ງຕ່າງໆ ໂດຍຮຽກຮ້ອງວ່າ ນັບແຕ່ເວລາ 16 ໂມງຂອງວັນທີ 26 ມີນາ, ໂບດ ແລະ ສະຖານທີ່ອະທິຖານທັງໝົດໃນທົ່ວສັງຄະລາດ ຈົ່ງໃຫ້ຢຸດຕິການດຳເນີນພິທີກຳຕ່າງໆ ແລະ ທຸກການເຄື່ອນໄຫວທາງສາສະໜາທີ່ມີຄົນມາເຕົ້າໂຮມເປັນຈຳນວນຫຼາຍ.

        ຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ນະຄອນໂຮ່ຈີມິນ ກໍໄດ້ອອກແຈ້ງການໃຫ້ຢຸດຕິທຸກການຮຽນ-ການ ເຜີຍແຜ່ສາສະໜາຂອງຄະນະຄູບາອາຈານໃນບໍລິເວນນະຄອນ; ຮຽກຮ້ອງໃຫ້ຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມບັນດາເມືອງ ຈົ່ງຢຸດຕິການຈັດຕັ້ງງານບຸນ, ຊຸດບຳລຸງສ້າງທີ່ມີຄົນມາເຕົ້າໂຮມເປັນຈຳນວນຫຼາຍ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ