ອຸກະແລນຫວັງໃຫ້ ຫວຽດນາມກາຍເປັນ ຄູ່ຮ່ວມມືຍຸດທະສາດ

ອຸກະແລນຫວັງໃຫ້ ຫວຽດນາມກາຍເປັນ ຄູ່ຮ່ວມມືຍຸດທະສາດ  - ảnh 1
​ເອກ​ອັກຄະ​ລັດຖະທູດ​ອຸ​ກະ​ແລນ​ປະຈຳ​ຫວຽດນາມ
         ທ່ານ  Oleksiy Shovkoplias


Vovworld- 2 ປະ​ເທດ​ຫວຽດນາມ ​ແລະ ອຸ​ກະ​ແລນ ພວມ​ຊຸກຍູ້​ສາຍ​ພົວພັນ​ໃຫ້​ຂຶ້ນສູ່ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ VOV ​ເນືອ່ງ​ໃນ​ໂອກາດ​ວັນຊາດ​ອຸ​ກະ​ແລນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ອຸ​ກະ​ແລນ​ປະຈຳ​ຫວຽດນາມ Oleksiy Shovkoplias ປາດ​ທະ​ໜາວ່າ ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໃຫ້​ດີ​ຍິ່ງໆ​ຂຶ້ນ​ໃນ​ທຸກໆ​ຂົງ​ເຂດ​ຄື ​ເສດຖະກິດ, ການ​ຄ້າ, ການ​ສຶກສາ, ການ​ທູດ... ທ່ານ​ເອກ​ອັກຄະ​ລັດຖະທູດ​ອຸ​ກະ​ແລນ​ປະຈຳ​ຫວຽດນາມ Oleksiy Shovkoplias ​ໃຫ້​ຮູ້​ວ່າ ປະ​ເທດ​ຂອງ​ທ່ານ​ຖື​ເປັນ​ສຳຄັນ​ທີ່​ສຸດ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ​ໃນ​ນັ້ນ​ມີ​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ລາຍ​ໃຫຍ່​ຂອງ​ອຸ​ກະ​ແລນ. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການພ​ົວພັນ​ລະຫວ່າງ 2 ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ອຸ​ກະ​ແລນ​ປະຈຳ​ຫວຽດນາມ Oleksiy Shovkoplias ​ໃຫ້​ຮູ້​ວ່າ :

  “ ພວກ​ເຮົາ​ພວມ​ພະຍາຍາມ​ເພື່ອ​ໃຫ້​ຍອດ​ປະລິມານ​ສິນຄ້າ​ຫວຽດນາມ​ທີ່ສົ່ງ ອອກຂາຍ​ໃຫ້ ອຸ​ກະ​ແລນ ​ໃນ​ປີ​ນີ້​ບັນລຸ 400 ລ້ານ USD . ຈຸດໝາຍ​ໃນ​ຮອບ 3 ປີ​ຂ້າງ​ໜ້າ​ຈະ​ບັນລຸ 1 ຕື້ USD ຕໍ່​ປີ. ​ເພື່ອ​ເຮັດ​ໃຫ້​ສິ່ງ​ດັ່ງກ່າວ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ກ່ອນ​ອື​່ນໝົດ ພວກ​ເຮົາ​ຕ້ອງ​​ເຊັນ​ສັນຍາ​ການ​ຄ້າ​ເສລີ ​ເພື່ອ​ຊຸກຍູ້​ການ​ສົ່ງ​ອອກ​ສິນຄ້າ​ລະຫວ່າງ 2 ປະ​ເທດ ທ້າຍ​ເດືອນ 10 ນີ້, ຈະ​ດຳ​ເນີນ​ກອງ​ປະຊຸມ​ລະຫວ່າງ ບັນດາ​ຜູ້​ຊ່ຽວຊານ​ຂອງ 2 ປະເທດໃນຂົງເຂດເສດຖະກິດຢູ່ນະຄອນໂຮ່ຈິມິນ. 2 ຝ່າຍຈະຕີລາຄາ ແລະ ຍົກອອກການກຳນົດທິດໃນສະເພາະໜ້າເພື່ອເຊັນສັນຍາ ຄ້າ​ເສລີ​ລະຫວ່າງ 2 ປະ​ເທດ ”

ຂ່າວ/ບົດ​ອື່ນ