(vovworld) - ຕອນຄ່ຳວັນທີ 28/03, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ລົງນາມໃນຈົດໝາຍປະຫວັດສາດ ເລີ່ມດຳເນີນວິວັດທະນາການອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit ຢ່າງເປັນທາງການ, ເມື່ອມັນໄດ້ສົ່ງເຖິງສຳນັກງານອີຢູ ຢູ່ບຣຸກແຊນ, ໃນວັນທີ 29/03. ຄາດວ່າ, ຈົດໝາຍໂດຍທ່ານເອກອັກຄະລັດຖະທູດອັງກິດ ປະຈຳອີຢູ Tim Barrow ໄດ້ສົ່ງເຖິງທ່ານປະທານອີຢູ Donald Tusk ໃນເວລາ 18 ໂມງ 30 ນາທີ, ໃນວັນທີ 29/03. ຈົດໝາຍຈະໄດ້ແຈ້ງໃຫ້ທ່ານ Tusk ຮັບຊາບກ່ຽວກັບແນວຄວາມຄິດຖອນອອກຈາກອີຢູ ຂອງອັງກິດ, ດ້ວຍວີທີການປະຕິບັດຕາມມາດຕາ 50 ຂອງສົນທິສັນຍາ Lisbon, ເລີ່ມຕົ້ນວິວັດການເຈລະຈາທີ່ແກ່ຍາວເປັນເວລາ 2 ປີ, ເພື່ອແນໃສ່ຢຸດຕິຖານະການເປັນສະມາຊິກຂອງກຸ່ມດັ່ງກ່າວຂອງອັງກິດ ໃນຕະຫຼອດ 44 ປີຜ່ານມາ.
ແລະກໍ່ໃນຕອນຄ່ຳວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີອັງກິດ ໄດ້ມີບັນດາການໂອ້ລົມສົນທະນາທາງໂທລະສັບຕ່າງຫາກກັບທ່ານປະທານອີຢູ Tusk, ທ່ານປະທານຄະນະກຳມະການເອີລົບ Jean Claude Juncker ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel. ໃນການໂອ້ລົມສົນທະນາທາງໂທລະສັບ, ບັນດາການນຳລ້ວນແຕ່ເຫັນດີກ່ຽວກັບຄວາມສຳຄັນຂອງການນຳເອີລົບ ກ້າວເຂົ້າສູ່ການເຈລະຈາ ດ້ວຍຈິດໃຈສ້າງສັນ ແລະ ຕັ້ງໜ້າ, ກໍ່ຄືຮັບປະກັນວິວັດທະນາການຖອນອອກຈາກອີຢູ ຢ່າງສະດວກ ແລະ ຕາມຂັ້ນຕອນຢ່າງເປັນລະບຽບຮຽບຮ້ອຍ.