ອັງກິດເປີດກ້ວາງນະໂຍບາຍຫລຸດຜ່ອນພາສີນຳເຂົ້າສຳລັບບັນດາປະເທດພວມພັດທະນາ
(VOVWORLD) - ຕາມນັ້ນແລ້ວ, 65 ປະເທດ ອາບຟຣີກາ, ເອີລົບ, ໂອເຊອານີ ແລະ ທະວີບ ອາເມລິກາ, ລວມມີບາງປະເທດທຸກຍາກທີ່ສຸດໃນໂລກຈະໄດ້ຮັບຜົນປະໂຫຍດຈາກນະໂຍບາຍນີ້.
ທ່ານນາງ Anne-Marie Trevelyan, ລັດຖະມົນຕີການຄ້າສາກົນ ອັງກິດ (ພາບ:PA)
|
ວັນທີ 16 ສິງຫາ, ທ່ານນາງ Anne-Marie Trevelyan, ລັດຖະມົນຕີການຄ້າສາກົນ ອັງກິດ ໄດ້ປະກາດແຜນການການຄ້າບັນດາປະເທດພວມພັດທະນາ (DCTS) ທີ່ອະນຸຍາດໃຫ້ນຳໃຊ້ການຫລຸດຜ່ອນພາສີສຳລັບສິນຄ້ານັບຮ້ອຍປະເພດຈາກບັນດາປະເທດພວມພັດທະນາ. ນີ້ແມ່ນສ່ວນໜຶ່ງຂອງຄວາມມານະພະຍາຍາມຂອງອັງກິດ ເພື່ອແນໃສ່ສ້າງຕັ້ງເຄືອຂ່າຍຮ່ວມສຳພັນການຄ້າແທນທີ່ບັນດາເຄືອຂ່າຍທີ່ປະເທດນີ້ນຳໃຊ້ໃນເວລາທີ່ຍັງເປັນສະມາຊິກຂອງສະຫະພາບເອີລົບ (EU).
ຕາມນັ້ນແລ້ວ, 65 ປະເທດ ອາບຟຣີກາ, ເອີລົບ, ໂອເຊອານີ ແລະ ທະວີບ ອາເມລິກາ, ລວມມີບາງປະເທດທຸກຍາກທີ່ສຸດໃນໂລກຈະໄດ້ຮັບຜົນປະໂຫຍດຈາກນະໂຍບາຍນີ້. ໂຄງການຈະມີຜົນສັກສິດນັບແຕ່ຕົ້ນປີ 2023, ລວມມີ ບັນດາຜະລິດຕະພັນຈາກສະບຽງອາຫານ ຕະຫຼອດຮອດເຄື່ອງຕ່ຳແຜ່ນຕັດຫຍິບ, ເປັນໜ້າສົນໃຈແມ່ນ ສິນຄ້າທີ່ນຳເຂົ້າຈາກ ອາບຟຣີກາ ເຂົ້າ ອັງກິດເກືອບ 99% ຈະໄດ້ຍົກເວັ້ນພາສີ.
ທ່ານນາງລັດຖະມົນຕີການຄ້າສາກົນ Anne-Marie Trevelyan ຢັ້ງຢືນວ່າ: ລັດຖະບານ ອັງກິດ ພວມປະຕິບັດຄຳໝັ້ນສັນຍາດ້ວຍຄວາມເປັນເຈົ້າກ່ຽວກັບນະໂຍບາຍການຄ້າທີ່ໄດ້ຍົກອອກມາໃນບັ້ນເຄື່ອນໄຫວຂົນຂວາຍນຳ ອັງກິດ ຖອນຕົວອອກຈາກ EU ເທື່ອລະກ້າວ. ຕາມທ່ານແລ້ວ, ບັນດາວິສາຫະກິດ ອັງກິດ ອາດຫວັງວ່າ: ບັນດາຂັ້ນຕອນໃໝ່ງ່າຍດາຍກ່ວາ, ການໃຊ້ຈ່າຍໜ້ອຍກ່ວາ, ລອນດອນ ໄດ້ຜັນຂະຫຍາຍເພື່ອແນໃສ່ສົ່ງເສີມບັນດາບໍລິສັດສົ່ງອອກສິນຄ້າຈາກບັນດາປະເທດພັດທະນາ.