ອັງກິດໃຫ້ສັດຕະຍາບັນຂໍ້ຕົກລົງຫຼັງ Brexit ກັບ EU
(VOVWORLD) - ວັນທີ 30 ທັນວາ, ລັດຖະສະພາອັງກິດ ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງຫຼັງ Brexitທີ່ໄດ້ລົງນາມ ກັບ EUເມື່ອວັນທີ 24 ທັນວາ ໂດຍໄວ, ພາຍຫຼັງສິ້ນສຸດໄລຍະຂ້າມຜ່ານ Brexit ພຽງແຕ່ 1 ວັນ ແລະ ອັງກິດໄດ້ສຳເລັດການຖອນຕົວອອກຈາກ EU.
ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: The Guardian) |
ພາຍຫຼັງຜ່ານຜ່າໄດ້ລະບຽບການສຳຄັນທີ່ສຸດຢູ່ສະພາຕ່ຳອັງກິດ, ຂໍ້ຕົກລົງນີ້ໄດ້ຮັບຮອງເອົາຈາກ ສະພາສູງອັງກິດ ໃນຕອນຄ່ຳວັນທີ 30 ທັນວາ ເພື່ອໃຫ້ມີຜົນສັກສິດທັນເວລາຢ່າງເປັນທາງການ ໃນເວລາ 23 ໂມງຂອງ ວັນທີ 31 ທັນວາ, ຕາມເວລາ ລອນດອນ.
ເມື່ອລົງນາມໃນຂໍ້ຕົກລົງຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຍ້ອງຍໍສັນລະເສີນວ່າ ນີ້ແມ່ນໝາກຜົນທີ່ສຸດຍອດທີ່ສຸດໃຫ້ແກ່ປະເທດອັງກິດ ເມື່ອທັງຮັກສາ ສິດໄດ້ສຳຜັດກັບຕະຫຼາດລວມເອີລົບ ທັງສາມາດປະຕິບັດບັນດານະໂຍບາຍສະເພາະຂອງຕົນໄດ້ຢ່າງເສລີ.
ປັດຈຸບັນ, ຝ່າຍເອີລົບຍັງແຕ່ລະບຽບການບໍ່ໄດ້ທັນປະຕິບັດສຳເລັດ ນັ້ນແມ່ນການໃຫ້ສັດຕະຍາບັນຂອງລັດຖະສະພາເອີລົບ. ສອງຝ່າຍ EU ແລະ ອັງກິດໄດ້ເຫັນດີເປັນເອກະພາບນຳໃຊ້ຂໍ້ຕົກລົງທັງໝົດໂດຍຊົ່ວຄາວ ນັບແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ.