ອົງການກວດກາລັດຖະບານຫວຽດນາມແລະລາວເພີ່ມທະວີການຮ່ວມມື
ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ເພື່ອແນໃສ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງກວ່າອີກ
|
(vovworld) - ໂດຍຮັບຄຳເຊີນຂອງທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກຳມະການກວດກາສູນກາງ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງ, ຫົວໜ້າອົງການກວດກາລັດຖະບານລາວ, ຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານ ຫວຽດນາມ ໂດຍທ່ານ ຟານວັນເສົ໋າ, ຫົວໜ້າອົງການກວດກາລັດຖະບານ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການກວດກາລັດຖະບານ ລາວ ໃນລະຫວ່າງວັນທີ 24-28/11/2016.
ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຄະນະໄດ້ເຈລະຈາກັບຄະນະກວດກາລັດຖະບານ ລາວ. ສອງຝ່າຍຢືນຢັນສືບຕໍ່ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນວຽກງານກວດກາ, ແກ້ໄຂການຮ້ອງທຸກ, ຟ້ອງຮ້ອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ເພື່ອແນໃສ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງກວ່າອີກ.
ໃນຂອບເຂດການຢ້ຽມຢາມ, ຄະນະກໍ່ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ.