ອົງການປະກັນສັງຄົມຫວຽດນາມ ແລະ USBA ຮ່ວມມືກັນປະຕິບັດນະໂຍບາຍປະກັນສຸຂະພາບ

(VOVWORLD) -ອົງການປະກັນສັງຄົມ ຫວຽດນາມ ແລະ USABC ໄດ້ປຶກສາຫາລືແຜນການຜັນຂະຫຍາຍບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ອົງການໃນໄລຍະຈະມາເຖິງ.
ອົງການປະກັນສັງຄົມຫວຽດນາມ ແລະ USBA ຮ່ວມມືກັນປະຕິບັດນະໂຍບາຍປະກັນສຸຂະພາບ - ảnh 1ພິທີເຊັນບົດບັນທຶກຊ່ວຍຈຳ
(ພາບ: dangcongsan.vn)

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC), ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ອົງການປະກັນສັງຄົມ ຫວຽດນາມ ແລະ USABC ໄດ້ປຶກສາຫາລືແຜນການຜັນຂະຫຍາຍບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ອົງການໃນໄລຍະຈະມາເຖິງ. 2 ຝ່າຍໄດ້ປຶກສາຫາລື, ແລກປ່ຽນບັນດາຂົງເຂດຄື: ຄົ້ນຄວ້າ, ແບ່ງປັນບົດຮຽນສາກົນກ່ຽວກັບການພັດທະນາການປະກັນສຸຂະພາບທົ່ວປວງຊົນແບບຍືນຍົງ; ປັບປຸງ, ຮັກສາຄວາມສະຖຽນລະພາບ ແລະ ຍືນຍົງກ່ຽວກັບການປະກັນສຸຂະພາບ ແລະ ທອງທຶນປະກັນສຸຂະພາບ; ຄົ້ນຄວ້າ,  ແບ່ງປັນບົດຮຽນສາກົນກ່ຽວກັບການປະຕິບັດການກວດກາການຊຳລະຄ່າປະກັນສຸຂະພາບ… 2 ຝ່າຍກໍເປັນເອກະພາບຕໍ່ເປົ້າໝາຍ, ໂຄງການລວມ; ເຫັນດີຈັດສົ່ງນັກຊ່ຽວຊານຕີລາຄາ, ແລກປ່ຽນກ່ຽວກັບບັນດາໂຄງການຮ່ວມມືຢ່າງເລິກເຊິ່ງກວ່າ. ຈາກນັ້ນ, ຍົກອອກໂຄງການກະທຳລະອຽດ, ຫັນບັນດາເປົ້າໝາຍ, ໜ້າທີ່ໃນບົດບັນທຶກຊ່ວຍຈຳໃຫ້ປະກົດຜົນເປັນຈິງ, ສ້າງບາດກ້າວບຸກທະລຸໃນການປະຕິບັດນະໂຍບາຍປະກັນສຸຂະພາບ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ