ອົງການພັດທະນາສາກົນ ອາເມລິກາ ເປີດສູນປະດິດສ້າງທີ່ 2 ຢູ່ ຫວຽດນາມ

(VOVWORLD) - ວັນທີ 11 ສິງຫາ, ອົງການພັດທະນາສາກົນ ອາເມລິກາ (USAID), ມະຫາວິທະຍາໄລລັດ Arizona (ASU) ແລະ ມະຫາວິທະຍາໄລ ດ່າໜັງ, ເປີດສະຫຼອງສູນປະດິດສ້າງໃນບໍລິເວນມະຫາວິທະຍາໄລ ດ່າໜັງ.
ອົງການພັດທະນາສາກົນ ອາເມລິກາ ເປີດສູນປະດິດສ້າງທີ່ 2 ຢູ່ ຫວຽດນາມ - ảnh 1 ອົງການພັດທະນາສາກົນ ອາເມລິກາ ເປີດສູນປະດິດສ້າງທີ່ 2 ຢູ່ ຫວຽດນາມ (ພາບ:  NK)

ນີ້ແມ່ນສູນປະດິດສ້າງທີ 2 ຢູ່ ຫວຽດນາມ. ສູນປະດິດສ້າງ ດ່າໜັງ ມີເຄື່ອງພິມ 3D, ເຄື່ອງຕັດ Laser, ໂຮງໄມ້ ແລະ ໂລຫະ ກໍ່ຄືຊອບແວອອກແບບກ້າວໜ້າ. ນັກສຶກສາ ຈະນຳໃຊ້ສູນປະດິດສ້າງນີ້ ເພື່ອໝູນໃຊ້ທິດສະດີກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ແລະ ຄະນິດສາດທີ່ໄດ້ຮຽນໃນຮ້ອງ ກາຍເປັນບັນດາຜະລິດຕະພັນທົດລອງ, ຈາກນັ້ນ ຊອກຫາມາດຕະການແກ້ໄຂເຕັກໂນໂລຊີ ເພື່ອແກ້ໄຂບັນດາບັນຫາພຶດຕິກຳຕົວຈິງຂອງໂລກ.

        ສູນປະດິດສ້າງນີ້ ນອນໃນຂອບເຂດໂຄງການສຳພັນທະມິດຊຸກຍູ້ການຮ່ວມມືມະຫາວິທະຍາໄລ ແລະ ວິສາຫະກິດ ຜ່ານຫົວຄິດປະດິດສ້າງ ແລະ ປ່ຽນແປງໃໝ່ເຕັກໂນໂລຊີ (BUILD-IT), ໂຄງການແກ່ຍາວເປັນເວລາ 5 ປີ ໂດຍອົງການພັດທະນາສາກົນ ອາເມລິກາ ອຸປະຖຳ ແລະ ມະຫາວິທະຍາໄລລັດ Aiona. ໂຄງການປະດິດສ້າງ ແລະ ປ່ຽນແປງໃໝ່ເຕັກໂນໂລຊີໄດ້ຈັດຕັ້ງ ດ້ວຍຈຸດໝາຍຊ່ວຍ ຫວຽດນາມ ຫັນລະບົບການສຶກສາຂັ້ນມະຫາວິທະຍາໄລເປັນທັນສະໄໝ ໃນຂົງເຂດວິທະຍາສາດ, ເຕັກນິກ, ເຕັກໂນໂລຊີ ແລະ ຄະນິດສາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ