(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງພະລັງງານນິວເຄຼຍລັດເຊຍ (24/09/1945 – 24/09/2015), ອົງການພະລັງງານນິວເຄຼຍລັດເຊຍ (Rosatom) ໄດ້ຈັດພິທີປະດັບຫຼຽນກາທີ່ລະນືກໃຫ້ນັກຊ່ຽວຊານລັດເຊຍ ແລະ ຕ່າງປະເທດ 30 ຄົນຍ້ອນມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຂົງເຂດພະລັງານນິວເຄຼຍ. ນັກຊ່ຽວຊານຫວຽດນາມ 3 ຄົນໄດ້ຮັບຫຼຽນກາທີລະນຶກໃນຄັ້ງນີ້ເຄີຍຮຽນຈົບມະຫາວິທະຍາໄລ ແລະ ມີເວລາປະຕິບັດງານຢູ່ບັນດາຫາກຖານນິວເຄຼຍຢູ່ໂຊວຽດເກົ່າ, ແມ່ນບັນດານັກຊ່ຽວຊານແຖວໜ້າຂອງຫວຽດນາມ ໃນຂົງເຂດນິວເຄຼຍ ແລະ ມີບັນດາການປະກອບສ່ວນອັນໃຫຍ່ຫຼວງໃນການພັດທະນາພະລັງງານນິວເຄຼຍຂອງຫວຽດນາມ.