ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດຍູ້ແຮງນຳລັດຖະທຳມະນູນປີ 2013 ເຂົ້າສູ່ຊີວິດ


ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດຍູ້ແຮງນຳລັດຖະທຳມະນູນປີ 2013 ເຂົ້າສູ່ຊີວິດ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ

(vovworld)- ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຄັ້ງ​ທີ 13 ຊຶ່ງ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/7, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ຢື​ນ​ຢັນ​ວ່າ : ໃນ​ອະ​ຍຸ​ການ​ທີ່​ຜ່ານ​ມາ, , ໂດຍ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ອົງ​ຄະ​ນະ​ພັກ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ຍາດ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ສຳ​ຄັນ, ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ການ​ເຄື່ອນ​ໄຫວ​ສ້າ​ງ​ລັດ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ, ຕ​ິດ​ຕາມກວດ​ກາ ແລະ  ຕ​ັດ​ສິນ​ບັນ​ດາ​ບັ​ນຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ສະ​ເໜີວ່າ : ໃນ​ອາ​ຍຸ​ການ​ທີ່​ຈະ​ມາ​ເຖິງ, ອົງ​ຄະ​ນະ​ພັກ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຄວນ​ສືບ​ຕໍ່​ຍູ້​ແຮງ​ນຳ​ລັດ​ຖະ​ທຳ​ມະ​ນູນ ປີ 2013 ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ ພ້ອມ​ທັງ​ຍູ້​ແຮງວຽກ​ງານກໍ່​ສ້າງ​ພັກ, ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ ແລະ ກຳ​ລັງ​ຕໍ່​ສູ້​​ຂອງ​ພັກ, ກໍ່​ສ້າງຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກພັກໃຫ້​ມີ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ແລະ  ປອດ​ໃສ​, ທັນ​ສະ​ໄໝ.
ຂ່າວ/ບົດ​ອື່ນ