ອົງມົງກຸດລາຊະກຸມມານນອກແວສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ
ອົງມົງກຸດລາຊະກຸ່ມມານ ນອກແວ Haakon ແລະ ເຈົ້າຍິງ Mette Marit ພົບປະກັບວິສາຫະກິດ ຫວຽດນາມ ແລະ ນອກແວ
(ພາບ: TTXVN)
(vovworld) – ວັນທີ 21/3, ອົງມົງກຸດລາຊະກຸ່ມມານ ນອກແວ Haakon ແລະ ເຈົ້າຍິງ Mette Marit ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມຕາມຄຳເຊີນຂອງທ່ານນາງປະທານປະເທດ ຫງວຽນທິຢວານ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ອົງມົງກຸດລາຊະກຸມມານ ນອກແວ Haakon ມີການເຈລະຈາກັບທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ເຂົ້າຢ້ຽມຂຳ່ນັບທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ມີການເຄື່ອນໄຫວຈຳນວນໜຶ່ງອື່ນໆຢູ່ ຮ່າໂນ້ຍ, ເຫ້ວ ແລະ ນະຄອນ ໂຮ່ຈີມິນ. ທີ່ການພົບປະຄັ້ງຕ່າງໆ, ການນຳລັດ ແລະ ລັດຖະບານ ຫວຽດນາມ ຖືວ່າການຢ້ຽມຢາມຂອງອົງມົງກຸດລາຊະກຸມມານ ແລະ ເຈົ້າຍິງ ເປັນຂີດໝາຍສຳຄັນໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ຢັ້ງຢືນ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ນອກແວ ສືບຕໍ່ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບເລິກເຊິ່ງ ກ້ວາງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ພ້ອມທັງຢັ້ງຢືນວ່າ ໃນນະໂຍບາຍການຕ່າງປະເທດຂອງຕົນ, ຍາມໃດ ຫວຍດນາມ ກໍ່ຖືການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ ເອີລົບເໜືອເປັນສຳຄັນໃນນັ້ນມີນອກແວ.