ອັດກອງປະຊຸມ AMM 47 ແລະ ບັນດາ ກອງປະຊຸມທີ່ກ່ຽວຂ້ອງ
(ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ 47)
(vovworld) – ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ 47 (AMM 47) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກອັດລົງໃນຕອນຄໍ່າວັນທີ 10/08, ພາຍຫຼັງເຮັດວຽກເປັນເວລາ 5 ວັນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ກອງປະຊຸມໄດ້ອອກຖະແຫຼງການຮ່ວມ, ຢືນຢັນອາຊຽນ ສືບຕໍ່ຮັກສາ, ປັບປຸງກຸ່ມກ້ອນສາມັກຄີ ແລະ ເປັນເອກະພາບຫຼັກໝັ້ນກ່ຽວກັບບັນດາບັນຫາພາຍໃນກຸ່ມ ແລະ ການພົວພັນຕ່າງປະເທດຂອງອາຊຽນ, ກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນ. ບັນດາລັດຖະມົນຕີໄດ້ຊົມເຊີຍຄວາມກ້າວໜ້າໃນການປະຕິບັດວິວັດການສ້າງປະຊາຄົມອາຊຽນ (2009 - 2015) ແລະ ຢືນຢັນຄືນໃໝ່ຄຳໝັ້ນສັນຍາສືບຕໍ່ສ້າງປະຊາຄົມອາຊຽນ ເຊື່ອມຈອດດ້ານການເມືອງໃຫ້ປະກົດຜົນເປັນຈິງ, ເປັນເອກະພາບດ້ານເສດຖະກິດ, ໜ້າທີ່ຮັບຜິດຊອບດ້ານສັງຄົມ, ມຸ່ງໄປເຖິງມະນຸດ, ຖືມະນຸດເປັນໃຈກາງໃນປີ 2015 ແລະ ໄກກວ່ານັ້ນອີກ. ມີຜົນສຳເລັດທີ່ພົ້ນເດັ່ນທີ່ບັນດາກອງປະຊຸມຄັ້ງນີ້ແມ່ນຄວາມສາມັກຄີຂອງອາຊຽນ ໃນບັນດາບັນຫາສຳຄັນໃນພາກພື້ນ. ອາຊຽນໄດ້ເປັນເຈົ້າການແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມສະຫງົບ ໃນນັ້ນມີບັນຫາທະເລຕາເວັນອອກ. ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໃຫ້ຮູ້ວ່າ.
“ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປ່ຫວ່າງມໍ່ໆມານີ້ ໄດ້ເຮັດໃຫ້ຄວາມຄັ່ງຕຶງເພີ່ມຂຶ້ນ ແລະ ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ກໍ່ຄືຄວາມສະຫງົບປອດໄພໃນການເດີນທະເລ ແລະ ສ້າງຄວາມເສລີໃນການຄ້າຂາຍຢູ່ທະເລຕາເວັນອອກ. ບັນດາລັດຖະມົນຕີກໍ່ຢືນຢັນຄືນຄຳໝັ້ນສັນຍາສຳລັບຫຼັກໝັ້ນ 6 ຂໍ້ຂອງອາຊຽນ ກໍ່ຄືຕ້ອງປະຕິບັດຖະແຫຼງການຮ່ວມອາຊຽນ ກັບຈີນຢ່າງເຂັ້ມງວດ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງ DOC, ຮຽກຮ້ອງໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງຕ້ອງລະງັບໃຈ, ຫຼີກລ້ຽງບັນດາການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ ແລະ ແກ້ໄຂການຂັດແຍ້ງຜ່ານມາດຕະການໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນກໍ່ຄືສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982”.
ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ນຳໜ້າ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບບັນດາບັນຫາໃຫ້ບຸລິມະສິດລອມຂອງອາຊຽນ ແລະ ບັນດາຄູ່ຮ່ວມມື.