ອັດກອງປະຊຸມAMM48:ອາຊຽນເຫັນດີເຫັນພ້ອມໃນທຸກບັນຫາບຸລິມະສິດ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດມາເລເຊຍ
Anipha Aman ກ່າວຄຳເຫັນທີ່ພິທີອັດກອງປະຊຸມ
(ພາບ:AFP/TTXVN)
(vovworld) – ພາຍຫຼັງ ເຮັດວຽກເປັນເວລາ 4 ວັນ, ກອງປະຊຸມ AMM 48 ພ້ອມກັບບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ສິ້ນສຸດລົງໃນວັນທີ 6/8 ຢູ່ມາເລເຊຍ. ໃນການປະຊຸມຂ່າວອັດກອງປະຊຸມ AMM 48, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດມາເລເຊຍ Anipha Aman ໃຫ້ຮູ້ວ່າ: ອາຊຽນ ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນຫຼາຍບັນຫາທີ່ໄດ້ຮັບການສົນໃຈ. AMM 48 ໄດ້ອອກຖະແຫຼງການຮ່ວມຢືນຢັນເຖິງຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມໃນການແກ້ໄຂບັນດາບັນຫາຂອງພາກພື້ນກໍຄືບັນດາ ບັນຫາທົ່ວໂລກ.
ໃນກອງປະຊຸມທຸກຄັ້ງຂອງອາຊຽນ ແລະ ອາຊຽນ ກັບບັນດາຄູ່ຮ່ວມມື, ບັນດາລັດຖະມົນຕີໄດ້ຢືນຢັນຄຳໝັ້ນສັນຍາຂອງອາຊຽນ ແມ່ນສືບຕໍ່ມານະພະຍາຍາມກ້າວໄປເຖິງການສ້າງຕັ້ງປະຊາຄົມອາຊຽນ ທີ່ຕິດພັນກັບດ້ານການເມືອງ, ຮ່ວມສຳພັນກັບເສດຖະກິດ ແລະ ມີໜ້າທີ່ຮັບຜິດຊອບທາງສັງຄົມໃນທ້າຍປີ 2015. ແລະວິໄສທັດອາຊຽນ ພາຍຫຼັງປີ 2015 ຈະກຳນົດທິດການເຄື່ອນໄຫວຂອງປະຊາຄົມໃນ 10 ປີຈະມາເຖິງ. ບັນດາລັດຖະມົນຕີກໍຍົກສູງບົດບາດຂອງບັນດາປະເທດຄູ່ຮ່ວມມື, ຊຸກຍູ້ບັນດາກົນໄກຮ່ວມມືອາຊຽນ+1, ອາຊຽນ+3, ກອງປະຊຸມຂັ້ນສູງອາຊີຕາເວັນອອກ, ເວທີປາໄສພາກພື້ນ ARF ເພື່ອແນໃສ່ມຸ່ງໄປເຖິງຄວາມວັດທະນາຖາວອນລວມ. ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີສະແດງຄວາມວິຕົກກັງວົນ ກ່ຽວກັບສະພາບຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້. ໜຶ່ງໃນບັນດາຈຸດໃໝ່ຂອງຖະແຫຼງການກ່ຽວກັບບັນຫາທະເລຕາເວັນອອກປີ 2015, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ ໃຫ້ຂໍ້ສັງເກດວ່າ:
“ບັນດາລັດຖະມົນຕີຮຽກຮ້ອງໃຫ້ບັນດາຝ່າຍຕ້ອງປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ກໍຄືພ້ອມກັບຈີນ ບົນພື້ນຖານຂໍ້ຕົກລົງໃນມໍ່ໆມານີ້ກ້າວເຂົ້າສູ່ໄລຍະໃໝ່, ທາບທາມປະກອບຄວາມເຫັນຢ່າງແທດຈິງກ່ວາ, ໃນນັ້ນອາຊຽນ ແລະ ຈີນ ອາດຈະປຶກສາຫາລືທຸກປັດໄຈຂອງປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງ ຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC); ຫວັງວ່າດ້ວຍການຮັບຮູ້ກ່ຽວກັບຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນໃຫ້ທຸກຝ່າຍ ກ່ຽວກັບຄວາມໝັ້ນຄົງ, ເສລີພາບໃນການເດີນທະເລ ແລະ ການບິນ. ອາຊຽນ ແລະ ຈີນ ສາມາດບັນລຸໄດ້ບັນດາບາດກ້າວພັດທະນາໃນວິວັດທະນາການທາບທາມຄວາມເຫັນ, ປຶກສາຫາລື ເພື່ອປະຕິບັດສຳເລັດ COC ໂດຍໄວ”.